ນີ້ແມ່ນຄຳຖະແຫຼງທີ່ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງດຳເນີນການເຈລະຈາກັບທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໃນວັນທີ 13 ມີນາ. ທ່ານ Putin ຖືວ່າ, ແນວຄິດເລື່ອງຢຸດຍິງແມ່ນຖືກຕ້ອງ, ແຕ່ມີຫຼາຍບັນຫາຕ້ອງໄດ້ປຶກສາຫາລືຕື່ມອີກ. ຕາມທ່ານແລ້ວ, ລັດເຊຍ ແລະ ອາເມລິກາ ຕ້ອງແລກປ່ຽນກ່ຽວກັບບັນຫາດັ່ງກ່າວ ແລະທ່ານອາດຈະໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງເລື່ອງຢຸດຍິງ.

leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: Reuters

ສ່ວນຝ່າຍທຳນຽບຂາວ, ໃນບົດກ່າວປາໄສວັນທີ 13 ມີນາ, ທີ່ການພົບປະກັບທ່ານເລຂາທິການໃຫຍ່ ນາໂຕ Mark Rutte, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ພວມຊຸກຍູ້ຂໍ້ຕົກລົງຢຸດຍິງລະຫວ່າງ ລັດເຊຍ ແລະ ຢູແກຼນ.

“ພວກຂ້າພະເຈົ້າໄດ້ຮັບບັນດາຂໍ້ມູນທີ່ວ່າ ທຸກສິ່ງທຸກຢ່າງຢູ່ ລັດເຊຍ ຍັງດຳເນີນເປັນປົກກະຕິ, ແຕ່ສິ່ງນັ້ນຈະບໍ່ມີຄວາມໝາຍຫຍັງຈົນກວ່າຈະຮອດເວລາທີ່ພວກຂ້າພະເຈົ້າຮູ້ໝາກຜົນສຸດທ້າຍ. ປະຈຸບັນ, ຄະນະຜູ້ແທນຂອງ ອາເມລິກາ ພວມມີການປືກສາຫາລືຢ່າງເຂັ້ມງວດກັບທ່ານປະທານາທິບໍດີ Putin ແລະບັນດາທ່ານອື່ນ, ແລະ ຫວັງວ່າ ບັນດາຝ່າຍລ້ວນແຕ່ຢາກຢຸດຕິການປະທະກັນ”.

ແຫຼ່ງຄັດຈາກ: vovworld.vn