leftcenterrightdel
ບັນດາສະມາຊິກຂອງກຳລັງປະຊາທິປະໄຕ ຊີຣີ. ພາບ: Reuters/ສໍານັກຂ່າວສານຫວຽດນາມ

ວັນທີ 10 ມີນາ, ຫ້ອງວ່າການປະທານາທິບໍດີ ຊີຣີ ໄດ້ແຈ້ງວ່າ ກຳລັງປະຊາທິປະໄຕ ຊີຣີ (SDF), ໂດຍ ຊາວ Kurd ນຳພາ ໄດ້ເຊັນຂໍ້ຕົກລົງກັບ ລັດຖະບານ ຊີຣີ ກ່ຽວກັບການໂຮມເຂົ້າທຸກບັນດາອົງການພົນລະເຮືອນ ແລະການທະຫານຂອງເຂດປົກຄອງຕົນເອງຊາວ Kurd ຢູ່ ເຂດຕາເວັນອອກສ່ຽງເຫນືອຂອງປະເທດນີ້ ເຂົ້າໃນລະບົບອົງການແຫ່ງລັດ, ໃນນັ້ນ ລວມມີ ສິດຄວບຄຸມບັນດາດ່ານຊາຍແດນ, ສະຫນາມບິນກໍ່ຄືບັນດາບໍ່ນ້ຳມັນ ແລະ ອາຍແກັສ. ນອກນັ້ນ ສອງຝ່າຍຍັງບັນລຸໄດ້ຂໍ້ຕົກລົງຢຸດຍິງ ຢູ່ ຊີຣີ.

ແຈ້ງການໄດ້ເນັ້ນຫນັກວ່າ ຂໍ້ຕົກລົງນີ້ແມ່ນຄຳຢືນຢັນວ່າ ປະຊາຄົມຊາວ Kurd ແມ່ນພາກສ່ວນຫນຶ່ງທີ່ບໍ່ອາດຕັດແຍກອອກຈາກປະເທດ ຊີຣີ ໄດ້, ດ້ວຍບັນດາສິດທິພົນລະເມືອງທີ່ໄດ້ກຳນົດໃນລັດຖະທຳມະນູນຂອງປະເທດນີ້.

ແຫຼ່ງຄັດຈາກ: vovworld.vn