leftcenterrightdel
ທ່ານອະດີດປະທານາທິບໍດີອາເມລິກາ Donald Trump ກ່າວຄຳເຫັນຢູ່ລັດຍຸດທະສາດ Michigan. ພາບ: ສໍານັກຂ່າວສານຫວຽດນາມ

ຕາມການຢັງຫາງສຽງຫຼ້າສຸດຂອງອົງການຈັດຕັ້ງ AARP ທີ່ປະກາດໃນວັນທີ 15 ຕຸລາ, ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ພວມລື່ນກາຍທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃນການແຂ່ງຂັນໂດຍກົງຢູ່ລັດຍຸດທະສາດ Michigan ພຽງໃນ 3 ອາທິດກ່ອນຮອດວັນເລືອກຕັ້ງ. ຕາມນັ້ນແລ້ວ, ທ່ານອະດີດປະທານາທິບໍດີ Donald Trump ໄດ້ລື່ນກາຍຄູ່ແຂ່ງພັກປະຊາທິປະໄຕ ດ້ວຍອັດຕາ 49% ເມື່ອທຽບໃສ່ 48%, ໃນຂະນະທີ່, ຜູ້ມີສິດເລືອກຕັ້ງ 1% ເຂົ້າຮ່ວມການສຳຫຼວດໃຫ້ຮູ້ວ່າ, ຈະມີການຄັດເລືອກອື່ນ ແລະ 2% ແມ່ນຍັງບໍ່ທັນຕົກລົງ.

ການຢັງຫາງສຽງຂອງ AARP ໄດ້ດຳເນີນແຕ່ວັນທີ 2 - 8 ຕຸລາ, ດ້ວຍການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງມີຄວາມສາມາດບົ່ມຊ້ອນ ແລະມີຄວາມຜິດດຽງແມ່ນ 4%.

ແຫຼ່ງຄັດຈາກ: vovworld.vn