leftcenterrightdel
ປະຊາຊົນ ສ.ເກົາຫຼີ ພວມຕິດຕາມຂ່າວກ່ຽວກັບເລື່ອງ ສປປ.ເກົາຫຼີ ຖີ້ມລູກລະເບີດເພື່ອມ້າງທຳລາຍ, ຕັດຂາດເສັ້ນທາງເຊື່ອມຕໍ່ກັບ ສ.ເກົາຫຼີ. ພາບ: TTXVN

ວັນທີ 17 ຕຸລາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ຕາມຄຳຊີ້ນຳຂອງຄະນະພັກການທະຫານສູນກາງພັກແຮງງານ ເກົາຫຼີ, ວັນທີ 15 ຕຸລາ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ສປປ.ເກົາຫຼີ ໄດ້ປະຕິບັດມາດຕະການຕັດຂາດບັນດາເສັ້ນທາງບົກ ແລະລົດໄຟ ຂອງ ສປປ.ເກົາຫຼີ ທີ່ເດີນທາງໄປຍັງ ສ.ເກົາຫຼີ ຜ່ານບັນດາເຂດທາງທິດຕາເວັນອອກ ແລະ ຕາເວັນຕົກ ຂອງຊາຍແດນທາງທິດໃຕ້ຂອງ ສປປ.ເກົາຫຼີ.

ບັນດາເສັ້ນທາງມີຄວາມຍາວທັງໝົດ 120 ແມັດ, ຢູ່ Kamho-ri, ເມືອງ Kosong, ແຂວງ Kangwon ແລະ ຢູ່ Tongnae-ri, ເມືອງ Panmu, ນະຄອນ Kaesong ຖືກຕັດຂາດຢ່າງສິ້ນເຊີງ ດ້ວຍຮູບແບບນຳໃຊ້ລູກລະເບີດ.

ບັນດາເສັ້ນທາງບົກ ແລະທາງລົດໄຟ ນີ້ ເຄີຍແມ່ນເສັ້ນທາງເຊື່ອມຕໍ່ສຳຄັນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ໂດຍໄດ້ນຳໃຊ້ສຳລັບບັນດາໂຄງການຮ່ວມມືດ້ານເສດຖະກິດ ແລະໂຄງການມະນຸດສະທຳ.

ແຫຼ່ງຄັດຈາກ: vovworld.vn