ອົງການສາທາລະນະສຸກ ປາແລັດສະຕິນ ຄາດວ່າ ຈຳນວນຜູ້ເສຍຊີວິດຢູ່ Jabalia  ໃນອາທິດຜ່ານມາແມ່ນປະມານ 150 ຄົນ. ໃນຂະນະນັ້ນ, ຕາມກຳລັງ ຮາມາດ ແລ້ວ, ການບຸກໂຈມຕີເລັ່ງໃສ່ສາມັນຊົນ ອິດສະຣາແອັນ ເພື່ອແນໃສ່ລົງໂທດປະຊາຊົນ Jabalia   ເພາະວ່າ ເຂົາເຈົ້າໄດ້ປະຕິເສດການຍົກຍ້າຍ.

leftcenterrightdel
ປະຊາຊົນຮັບເຄື່ອງຊ່ວຍເຫຼືອມະນຸດສະທຳຢູ່ເຂດ ກາຊາ. ພາບ: AFP

ສ່ວນກອງທັບ ອິດສະຣາແອັນ ຖະແຫຼງວ່າ ບັ້ນບຸກໂຈມຕີຢູ່ພາກເໜືອ ກາຊາ ທີ່ດຳເນີນກ່ອນນີ້ 1 ອາທິດ ໄດ້ດັບສູນພວກກະບົດຢູ່ Jabalia  ແລະ ບັນດາເຂດອ້ອມຂ້າງນັບສິບຄົນນັ້ນ, ໄດ້ພົບເຫັນອາວຸດ ແລະ ມ້າງເພທໍາລາຍພື້ນຖານໂຄງລ່າງການທະຫານຂອງ ຮາມາດ, ພ້ອມທັງປະຕິເສດການບຸກໂຈມຕີເລັ່ງໃສ່ສາມັນຊົນ.

ແຫຼ່ງຄັດຈາກ: vovworld.vn