leftcenterrightdel
ອຸປະທູດຊົ່ວຄາວ ການາດາ ປະຈຳ ອິນເດຍ, ທ່ານ Stewart Wheeler ຖືກຮຽກຕົວມາຍັງສຳນັກງານກະຊວງການຕ່າງປະເທດ ອິນເດຍ. ພາບ: ANI

ກ່ອນທີ່ຈະຍົກອອກຂໍ້ຕົກລົງນີ້, ອິນເດຍ ໄດ້ຕັດສິນໃຈຮຽກຕົວທ່ານເອກອັກຄະລັດຖະທູດອິນເດຍ ປະຈຳ ການາດາ Sanjay Kumar Verma ພ້ອມກັບນັກການທູດອື່ນກັບເມືອປະເທດ. ອິນເດຍ ໄດ້ປະກາດ ແລະຮັກສາທັດສະນະທີ່ວ່າ ປະເທດນີ້ມີສິດປະຕິບັດບັນດາບາດກ້າວຕໍ່ໄປເພື່ອໂຕ້ຕອບ “ການກະທຳສະໜັບສະໜູນລັດທິຫົວຮຸນແຮງ, ການໃຊ້ຄວາມຮຸນແຮງ ແລະແຍກຕົວອອກຕ້ານຄືນອິນເດຍ ຂອງລັດຖະບານການາດາ”.

"ກ່ອນໜ້ານັ້ນໃນວັນທີ 14 ຕຸລາ, ອິນເດຍ ໄດ້ປະຕິເສດແຈ້ງການທາງການທູດຂອງ ການາດາ ໂດຍຖືວ່າ ເອກອັກຄະລັດຖະທູດອິນເດຍ ແລະບັນດານັກການທູດອື່ນແມ່ນ “ບັນດາຜູ້ທີ່ເປັນໜ້າສົນໃຈ” ໃນການສືບສວນສອບສວນ. ນິວເດລີ ເອີ້ນວ່າແມ່ນ “ບັນດາຄຳຜູກໂທດທີ່ໄຮ້ເຫດຜົນ”.

ແຫຼ່ງຄັດຈາກ: vovworld.vn