leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ: AFP

ໃນລະຫວ່າງວັນທີ 17 – 18 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະໄປຢ້ຽມຢາມ ເຢຍລະມັນ ແລະ ໃນເດືອນທັນວາ ຈະໄປຢ້ຽມຢາມ ອັງໂກລາ. ກ່ອນໜ້ານັ້ນ, ການນຳອາເມລິກາ ຕ້ອງໂຈະການຢ້ຽມຢາມນີ້ເພື່ອຊີ້ນຳບັນດາການເຄື່ອນໄຫວຮັບມືກັບພາຍຸ Milton.

ຕາມແຜນການ, ທ່ານປະທານາທາບໍດີ Joe Biden ຈະພົບປະກັບວົງການເຈົ້າໜ້າທີ່ເຢຍລະມັນ ເພື່ອແນໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງສອງຝ່າຍ ແລະ ສົມທົບກັນໃນບັນດາບຸລິມະສິດທາງດ້ານພູມີສາດການເມືອງ ລວມມີ: ການປະທະກັນຢູ່ ຢູແກຼນ ແລະ ການຜັນແປຕ່າງໆຢູ່ ພາກພື້ນຕາເວັນອອກກາງ. ທ່ານປະທານາທິບໍດີ Joe Biden ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມຂອງສອງປະເທດ ສຳລັບປະຊາທິປະໄຕ ແລະ ການຕ້ານລັດທິຕ້ານຊາວຢິວ ແລະ ຄຽດແຄ້ນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກໂນໂລຢີ ພ້ອມທັງເພີ່ມທະວີສຳພັນທະມິດ ແລະ ຄູ່ຮ່ວມມື ເອີລົບ - ອັດລັງຕິກ.

ໃນອາທິດທຳອິດຂອງ ເດືອນທັນວາ, ທ່ານປະທານາທາບໍດີ Joe Biden ຈະໄປຢ້ຽມຢາມ ອັງໂກລາ. ທ່ານປະທານາທິບໍດີ Joe Biden ແລະການນຳ ອັງໂກລາ ຈະປຶກສາຫາລືການຮ່ວມມືລະຫວ່າງສອງຝ່າຍກ່ຽວກັບຄວາມໝັ້ນຄົງ, ການແພດ ແລະ ຄູ່ຮ່ວມມືດ້ານເສດຖະກິດເພື່ອແນໃສ່ນຳຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ.

ແຫຼ່ງຄັດຈາກ: vovworld.vn