leftcenterrightdel
ທ່ານປະທານາທິບໍດີ ຢູແກຼນ Volodymir Zelensky. ພາບ: Kyodo/TTXVN

ວັນທີ 10 ຕຸລາ, ທ່ານປະທານາທິບໍດີ ຢູແກຼນ Volodymir Zelensky ໄດ້ເລີ່ມຕົ້ນການເດີນທາງໄປປະຕິບັດງານໂດຍໄວຢູ່ບັນດາປະເທດເອີລົບ ຫຼັກແຫຼ່ງ, ຄື: ອັງກິດ, ຝລັ່ງ, ອີຕາລີ ແລະ ເຢຍລະມັນ ເພື່ອເລັ່ງປະຕິບັດການໜູນຊ່ວຍ ແລະປຶກສາຫາລື “ແຜນການໄຊຊະນະ”, ຄາດວ່າຈະຍົກອອກມາຢູ່ກອງປະຊຸມກ່ຽວກັບສັນຕິພາບໃຫ້ແກ່ ຢູແກຼນ ຄັ້ງທີສອງທີ່ຈະມາເຖິງ.

ຢູ່ລອນດອນ, ອັງກິດ ເຊິ່ງແມ່ນປະເທດ ໄປປະຕິບັດງານທຳອິດ, ທ່ານປະທານາທິບໍດີ Volodymir Zelensky ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer. ທ່ານປະທານາທິບໍດີ ຢູແກຼນ ປາດຖະໜາຢາກໃຫ້ຝ່າຍຕາເວັນຕົກ ມອບສົ່ງລູກສອນໄຟໄລຍະໄກ ແລະ ມີຫຼາຍການໜູນຊ່ວຍດ້ານການທະຫານຕື່ມອີກ. ສ່ວນທ່ານ Keir Starmer ໄດ້ປະກາດວ່າ ສິ່ງສຳຄັນທີ່ສຸດແມ່ນ ອັງກິດ ອາດສາມາດສະແດງຄຳໝັ້ນສັນຍາຈະໜູນຊ່ວຍຢູແກຼນໃນໄລຍະຍາວ ແລະນີ້ແມ່ນໂອກາດເພື່ອໃຫ້ການນຳສອງທ່ານ ພິຈາລະນາ ແລະປຶກສາຫາລືແຜນການຢຸດຕິການປະທະກັນຂອງ ຢູແກຼນ ຢ່າງລະອຽດກ່ວາອີກ.

ຕໍ່ຈາກນັ້ນ, ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງປາຣີ, ທ່ານປະທານາທິບໍດີ ຢູແກຼນ Volodymir Zelensky ເນັ້ນໜັກວ່າ “ຢູແກຼນ ພຽງແຕ່ເຈລະຈາເມື່ອບັນລຸໄດ້ທ່າໄດ້ປຽບບົນສະໜາມຮົບ” ແລະເລັ່ງຝລັ່ງ ພ້ອມກັບສຳພັນທະມິດຝ່າຍຕາເວັນຕົກ ສະໜອງບັນດາບ້ວງໜູນຊ່ວຍໂດຍໄວ ກ່ອນລະດູໜາວວຽນມາໃນໄລຍະຈະມາເຖິງ. ສ່ວນທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຮັບປະກັນວ່າ ຝລັ່ງ ຈະຮັກສາການໜູນຊ່ວຍຕາມບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາ.

ພາຍຫຼັງເດີນທາງອອກຈາກຝລັ່ງ, ໃນວັນດຽວກັນທ່ານປະທານາທິບໍດີ ຢູແກຼນ ໄດ້ມາຮອດນະຄອນຫຼວງ Roma ຂອງອີຕາລີ ແລະຈະມີການເຄື່ອນໄຫວຢູ່ປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານແມ່ນ ເຢຍລະມັນ ໃນວັນທີ 11 ຕຸລາ.

ແຫຼ່ງຄັດຈາກ: vovworld.vn