leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden. ພາບ:  Kyodo/ສໍານັກຂ່າວສານຫວຽດນາມ

ໂດບແຫຼ່ງຂ່າວໃຫ້ຮູ້ວ່າ ທ່ານ Joe Biden ຈະເດີນທາງມາຮອດ Berlin ໃນວັນທີ 18 ຕຸລາ ເພື່ອປະຕິບັດການຢ້ຽມຢາມໃນ 1 ມື້. ບັນດາພາຫະນະສື່ມວນຊົນຂອງ ເຢຍລະມັນ ໄດ້ລົງຂ່າວວ່າ ທ່ານ Joe Biden ຈະພົບປະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະທ່ານປະທານາທາບໍດີ Frank-Walter Steinmeier. ໜັງສືພິມ Spiegel (ເຢຍລະມັນ) ກໍ່ໄດ້ລົງຂ່າວກ່ຽວກັບແຜນການໃໝ່ຂອງທ່ານປະທານາທາບໍດີ ອາມເລິກາ ຢ້ຽມຢາມເຢຍລະມັນ ໂດຍໃຫ້ຮູ້ວ່າ ວຽກງານກະກຽມຈັດຕັ້ງບັນດາກອງປະຊຸມພວມໄດ້ຮັບການຊຸກຍູ້ປະຕິບັດ. ຕາມແຫຼ່ງຂ່າວອື່ນໆ, ການຢ້ຽມຢາມຂອງທ່ານ Joe Biden ບໍ່ແມ່ນການຢ້ຽມຢາມທາງລັດຖະກິດແຕ່ຫານການຢ້ຽມຢາມແມ່ນຢູ່ວົງແຄມກວ່າ ເຊິ່ງສຸມໃສ່ການເຂົ້າຮ່ວມບັນດາວຽກງານລວມເຊິ່ງສອງຝ່າຍພວມປະຕິບັດ. ຕາມໜັງສືພິມ Spiegel ແລ້ວ, ເນື້ອໃນຂອງການປຶກສາຫາລືໃນບັນດາການພົບປະລະຫວ່າງທ່ານປະທານາທາບໍດີອາເມລິກາ ກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະທ່ານປະທານາທິບໍດີ Frank-Walter Steinmeier ຈະກ່ຽວຂ້ອງເຖິງການປະທະກັນຢູ່ຢູແກຼນ ແລະພາກພື້ນຕາເວັນອອກກາງ.

ແຫຼ່ງຄັດຈາກ: vovworld.vn