leftcenterrightdel
ສະ​ພາບຄວາມ​ເຄັ່ງ​ຕຶງ ​ຢູ່​ຕາ​ເວັນ​ອອກ​ກາງ. ພາບ: THX/TTXVN

ວັນທີ 11 ຕຸລາ, ທ່ານລັດຖະມົນຕີປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ໂອ້ລົມທາງໂທລະສັບກັບຄູ່ຄຳແໜ່ງ Israel, ທ່ານ Yoav Gallant ແລະຊຸກຍູ້ໃຫ້ທ່ານ Gallant ຈົ່ງຮັບປະກັນຄວາມປອດໄພໃຫ້ກຳລັງຮັກສາສັນຕິພາບຊົ່ວຄາວຂອງ ສປຊ (UNIFIL) ຢູ່ ລີບັງ ພາຍຫຼັງເກີດເຫດການພາລະກອນຮັກສາສັນຕິພາບຂອງ ສປຊ 2 ຄົນຖືກບາດເຈັບ ຍ້ອນບັນດາໂຫດການບຸກໂຈມຕີຂອງ Israel ເກີດຂຶ້ນໃນວັນທີ 11 ຕຸລາ. ທ່ານລັດຖະມົນຕີ Austin ກໍ່ຮຽກຮ້ອງໃຫ້ມີບັນດາຄວາມມານະພະຍາຍາມຮ່ວມມື ເພື່ອຫັນທິດຈາກບັນດາການເຄື່ອນໄຫວດ້ານການທະຫານ ໄປສູ່ທາງການທູດຍິ່ງໄວກໍ່ຍິ່ງດີ.

 ແລະ ກໍ່ໃນວັນທີ 11 ຕຸລາ, ຝະລັ່ງ, ແອັດສະປາຍ ແລະ ອີຕາລີ ໄດ້ອອກຖະແຫຼງການຮ່ວມ ກ່າວປະນາມເລື່ອງທະຫານ Israel ບຸກໂຈມຕີ UNIFIL ຢູ່ທາງພາກໃຕ້ ລີບັງ, ຖືວ່າ, ນັ້ນແມ່ນການກະທຳລະເມີດມະຕິເລກທີ 1701 ຂອງສະພາຄວາມໝັ້ນຄົງ ສປຊ ຢ່າງໜັກໜ່ວງ ກໍ່ຄື ກົດໝາຍວ່າດ້ວຍສິດທິມະນຸດສາກົນ. ຖະແຫຼງການຮ່ວມຊີ້ແຈ້ງວ່າເລື່ອງບຸກໂຈມຕີ UNIFIL ແມ່ນບໍ່ສາມາດອະທິບາຍໄດ້ ແລະຕ້ອງຢຸດຕິ ໂດຍທັນທີ.

 ໃນເຫດການທີ່ກ່ຽວຄ້ອງ, Hezbollah ພວມກະກຽມການຕໍ່ສູ້ທີ່ແກ່ຍາວຢູ່ພາກໃຕ້ ລີບັງ ພາຍຫຼັງໄດ້ຮັບຄວາມເສຍຫາຍທີ່ໜັກໜ່ວງ ຈາກບັນດາການບຸກໂຈມຕີທາງອາກາດຂອງ Israel.

ແຫຼ່ງຄັດຈາກ: vovworld.vn