leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Mohamad Hasan. ພາບ: Bernama

ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ທີ່ພວມຈັດຂຶ້ນຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Mohamad Hasan ຢືນຢັນວ່າ ປະເທດນີິ້ກຽມພ້ອມຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2025.

ຕາມທ່ານ Mohamad Hasan ແລ້ວ, ມາເລເຊຍ ຮັບຮູ້ຢ່າງຈະແຈ້ງໜ້າທີ່ຄວາມຮັບຜິດຊອບເມື່ອຮັບດຳລົງຕຳແໜ່ງປະທານ ອາຊຽນ 2025, ສະນັ້ນ, ປະເທດນີ້ໄດ້ມານະພະຍາຍາມປະຕິບັດບັນດາວຽກງານກະກຽມຮັບໜ້າທີ່. ໃນນັ້ນ, ມາເລເຊຍ ຈະສຸມໃສ່ເຂົ້າເລື່ອງເພີ່ມທະວີບົດບາດຂອງອາຊຽນ ໃນການຊຸກຍູ້ການກຳນົດຮູບແບບໃນອະນາຄົດຂອງພາກພື້ນ; ພ້ອມທັງ, ຖືເປັນສຳຄັນເຖິງການປັບປຸງບັນດາຄວາມມຸ່ງຫວັງທົ່ວໂລກ, ບັນດານະໂຍບາຍໂດຍປະຊາຊົນຊຸກຍູ້ ແລະບັນດາກົນໄກມຸ່ງໄປເຖິງອະນາຄົດ.

ທີ່ພິທີອັດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 45 ໃນວັນທີ 11 ຕຸລາ ຈະມາເຖິງ, ມາເລເຊຍ ຈະຮັບດຳລົງຕຳແໜ່ງປະທານອາຊຽນ 2025 ຈາກ ລາວ ແລະຮັບບົດບາດໜ້າທີ່ນີ້ຢ່າງເປັນທາງການແຕ່ວັນທີ 1 ມັງກອນ 2025.

ແຫຼ່ງຄັດຈາກ: vovworld.vn