leftcenterrightdel
ທ່ານ Michel Barnier ນາຍົກລັດຖະມົນຕີຄົນໃໝ່ ຂອງຝລັ່ງ. ພາບ: Sud-Ouest

ກ່າວຄຳເຫັນທີ່ພິທີຮັບດຳລົງຕຳແໜ່ງໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຄົນໃໝ່ Michel Barnier ໃຫ້ຮູ້ວ່າ ພື້ນຖານການເມືອງຝລັ່ງພວມຢູ່ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ ແລະໃຫ້ຄຳໝັ້ນສັນຍາຈະມີການປ່ຽນແປງຢ່າງເໝາະສົມກັບຄວາມມຸ່ງຫວັງຂອງປະຊາຊົນຝລັ່ງ. ທ່ານ ກໍ່ເນັ້ນໜັກເຖິງບັນດາບັນຫາຈຸດສຸມໃນເວລາຈະມາເຖິງແມ່ນປັບປຸງການບໍລິການສາທາລະນະ, ຍົກສູງຄະນະພາບການສຶກສາ, ເພີ່ມທະວີຄວາມໝັ້ນຄົງ, ຄວບຄຸມຜູ້ເຂົ້າມາຕັ້ງຖິ່ນຖານ ກໍ່ຄືປັບປຸງຄຸນນະພາບການດຳລົງຊີວິດ.

ແຫຼ່ງຄັດຈາກ: vovworld.vn