leftcenterrightdel
ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ແລະຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ Donald Trump. ພາບ: Reuters/ສໍານັກຂ່າວສານຫວຽດນາມ

ຕອນຄ່ຳວັນທີ 10 ກັນຍາ (ຕາມເວລາ ອາເມລິກາ), ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ແລະຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ Donald Trump ໄດ້ເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດຢູ່ສູນລັດຖະທຳມະນູນແຫ່ງຊາດ (NCC) ຢູ່ Philadelphia, Pennsylvania.

ການໂຕ້ວາທີໂດຍສຳນັກຂ່າວສານ ABC News ປະສານງານດ້ວຍເວລາປະມານ 90 ນາທີ ແລະບໍ່ມີຜູ້ເຂົ້າຮ່ວມໂດຍກົງ. ຜູ້ສະໝັກຮັບເລືອກຕັ້ງບໍ່ໄດ້ຮູ້ຫົວຂໍ້ໂຕ້ວາທີກ່ອນ. ແຕ່ລະຄົນຈະມີເວລາ 2 ນາທີ ເພື່ອຕອບຄຳຖາມຂອງໂຄສົກລາຍການ, 2 ນາທີເພື່ອບັນລະຍາຍ ແລະ 1 ນາທີເພື່ອໃຫ້ຄຳຕອບອື່ມອີກຖ້າມີຄວາມຈຳເປັນ. ເຖິງຢ່າງໃດກໍ່ຕາມ, ຜູ້ສະໝັກຮັບເລືອກຕັ້ງ 2 ຄົນບໍ່ໄດ້ຕັ້ງຄຳຖາມໃຫ້ແກ່ກັນ ແລະບໍ່ໄດ້ພົບປະກັບທີມເລືອກຕັ້ງໃນຕະຫຼອດເວລາຈັດການໂຕ້ວາທີ.

ເນື້ອໃນຂອງການໂຕ້ວາທີແມ່ນປິ່ນອ້ອມບັນດາບັນຫາເຊິ່ງປະຊາຊົນອາເມລິກາ ພວມສົນໃຈ, ຄື: ບັນຫາເສດຖະກິດ, ການເຂົ້າເມືອງ, ນະໂຍບາຍການຕ່າງປະເທດ, ພິເສດແມ່ນບັນດາການປະທະກັນລັດເຊຍ - ຢູແກຼນ ແລະ ຮາມາດສ - ອິດສະຣາແອັນ.

ແຫຼ່ງຄັດຈາກ: vovworld.vn