leftcenterrightdel
ສະພາບການຢູ່ Khan Younis, ເຂດ Gaza ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ. ພາບ:THX/ສໍານັກຂ່າວສານຫວຽດນາມ

ວັນທີ 10 ກັນຍາ, ຫຼາຍປະເທດ ອິດສະລາມ ພາກພື້ນຕາເວັນອອກກາງ ໄດ້ອອກຖະແຫຼງການກ່າວປະນາມການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ເຂົ້າເຂດມະນຸດສະທຳ Mawasi ຢູ່ນະຄອນ Khan Yunis, ທາງທິດໃຕ້ ກາຊາ ໃນຕອນເຊົ້າຂອງວັນດຽວກັນ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 40 ຄົນ, ຜູ້ບາດເຈັບປະມານ 60 ຄົນ, ໃນນັ້ນ ມີແມ່ຍິງ ແລະເດັກນ້ອຍ. ໃນຖະແຫຼງການທາງສື່ສັງຄົມ X, ກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ ໄດ້ພັນລະນາການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ວ່າ ເປັນໂທດກຳຕ້ານຄືນສາມັນຊົນ ປາແລັດສະຕິນ. ກະຊວງການຕ່າງປະເທດ ອາຣັບບິ ຊະອຸດິ ຮຽກຮ້ອງໃຫ້ປະຊາຄົມສາກົນຕ້ອງມີການກະທົບໃນທັນທີ, ລວມທັງການເລີ່ມດຳເນີນບັນດາກົນໄກທີ່ຈຳເປັນ, ເພື່ອສິ້ນສຸດການກະທຳອັນໂຫດຮ້າຍຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ກໍຄືບັນດາເຂດດິນແດນອື່ນຂອງຊາວ ປາແລັດສະຕິນ.

ໃນຂະນະນັ້ນ, ແຈ້ງການຂອງກະຊວງການຕ່າງປະເທດ ຕວັກກີ ຊີ້ແຈ້ງວ່າ ການບຸກໂຈມຕີທາງອາກາດແມ່ນໂທດກຳສົງຄາມໃໝ່ ທີ່ບໍ່ອາດປະຕິເສດໄດ້ຂອງ ອິດສະຣາແອັນ. ຈາກ Tehran, ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Nasser Kanaani ໄດ້ອອກຖະແຫຼງການໂດຍຢັ້ງຢືນວ່າ ການບຸກໂຈມຕີທາງອາກາດແມ່ນອີກຫຼັກຖານໜຶ່ງທີ່ຊີ້ໃຫ້ເຫັນວ່າ ອິດສະຣາແອັນ ບໍ່ປະຕິບັດບໍ່ວ່າທຳນຽມ ຫຼື ຫຼັກການຄຸນສົມບັດ, ມະນຸດສະທຳສາກົນໃດໆ. ທ່ານກໍຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ, ສະພາຄວາມໝັ້ນຄົງ ສປຊ ຈົ່ງມີການກະທຳຢ່າງຂ້ຽວຂາດໃນທັນທີ ເພື່ອກ່າວເຕືອນ ແລະບັງຄັບອິດສະຣາແອັນ ຕ້ອງປະຕິບັດຕາມສົນທິສັນຍາ ສປຊ ແລະກົດໝາຍສາກົນ.

ແຫຼ່ງຄັດຈາກ: vovworld.vn