leftcenterrightdel
ກຳລັງເຈົ້າໜ້າທີ່ອາເມລິກາ ກຳລັງດຳເນີນການສືບສວນເຫດຍິງປືນ. ພາບ: Reuters

ບັນດາກຳລັງເຈົ້າໜ້າທີ່ ອາເມລິກາ ພາຍຫຼັງຖືກກັກຂັງ ແລະຢັ້ງຢືນໄດ້ຊື່ຂອງຜູ້ຖືກສົງໄສປະຕິບັດການຍິງປືນທີ່ໄດ້ຮັບຖືວ່າແມ່ນກົນອຸບາຍລອບສັງຫານທ່ານ Trump ຄັ້ງທີ 2 ໃນຮອບເວລາ 2 ເດືອນຜ່ານມາ.

ກຳລັງເຈົ້າໜ້າທີ່ຮັບຜິດຊອບຢັ້ງຢືນວ່າ ມືປືນດັ່ງກ່າວແມ່ນ Ryan Wesley Routh ມີອາຍຸກວ່າ 50 ປີ. ລາວ ໄດ້ຖືປືນຍາວ rifle ແລະຢືນຫ່າງຈາກທ່ານ Trump ປະມານ 300-450 ເມັດເມື່ອທ່ານ Trump ພວມຕີກັອບ. ອົງການສືບລັບອາເມລິກາ ໄດ້ພົບເຫັນຢ່າງວ່ອງໄວ ແລະຈັບຕົວມືປືນດັ່ງກ່າວໃນຂະນະທີ່ພວມແລ່ນໜີ. ນີ້ແມ່ນກົນອຸບາຍລອບສັງຫານທ່ານອະດີດປະທານາທິບໍດີອາເມລິກາ Donald Trump ຄັ້ງທີ 2 ໃນຮອບເວລາ 2 ເດືອນຜ່ານມາ, ນັບແຕ່ເມື່ອທ່ານ Trump ຖືກຍິງໃສ່ຫູໃນເວລາດຳເນີນການຫາສຽງເລືອກຕັ້ງຢູ່ກາງແຈ້ງ ຢູ່ລັດ Pennsylvania ເມື່ອທ້າຍເດືອນກໍລະກົດ.

ບັນດາອົງການເຈົ້າໜ້າທີ່ຂອງອາເມລິກາ ກຳລັງດຳເນີນການສືບສວນເຫດຍິງປືນດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn