leftcenterrightdel
ກະກຽມຍົກຍ້າຍປະຊາຊົນໄປຍັງບ່ອນປອດໄພ. ພາບ: ສຳນັກຂ່າວສານຊິນຮວາ

ອົງການອຸຕິນິຍົມແຫ່ງຊາດຈີນ ໄດ້ຍົກອອກຄຳເຕືອນໄພແດງ ເຊິ່ງເປັນລະດັບສູງສຸດກ່ຽວກັບໄພພິບັດທຳມະຊາດນັບແຕ່ຕອນບ່າຍວັນທີ 15 ກັນຍາ. Bebinca ແມ່ນພາຍຸເຂດຮ້ອນທີ່ມີລະດັບແຮງທີ່ສຸດທີ່ໄດ້ພັດຖະຫຼົ່ມຜ່ານສູນການເງິນຊຽງໄຮ້ ນັບແຕ່ປີ 1949 ເປັນຕົ້ນມາ. ໃນເວລາ 7 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 16 ກັນຍາ, ຕາມເວລາທ້ອງຖິ່ນ, ພາຍຸ Bebinca, ພາຍຸລູກທີ 13 ຂອງ ຈີນ ໃນປີ 2024 ນີ້ໄດ້ພັດຖະຫຼົ່ມຖະໜົນຜູ່ຕົງ, ຊຽງໄຮ້ ດ້ວຍແຮງລົມລະດັບ 14 (ເຄື່ອນຕົວດ້ວຍຄວາມໄວກວ່າ 150 ກິໂລແມັດຕໍ່ຊົ່ວໂມງ).

ໄລ່ຮອດເວລາ 00 ໂມງຂອງວັນທີ 16 ກັນຍາ, ຕາມເວລາທ້ອງຖິ່ນ, ທົ່ວນະຄອນຊຽງໄຮ້ ຕ້ອງຍົກຍ້າຍປະຊາຊົນກວ່າ 414.000 ຄົນ ແລະເຮືອຈຳນວນ 811 ລຳໄປຍັງບ່ອນປອດໄພ.

ແຫຼ່ງຄັດຈາກ: vovworld.vn