leftcenterrightdel
ພາບປະກອບ: Getty Images/ສໍານັກຂ່າວສານຫວຽດນາມ

ເລື່ອງນີ້ໝາຍຄວາມວ່າ ວັກຊິນນີ້ມີຄຸນນະພາບທີ່ດີ, ປອດໄພ ແລະມີປະສິດທິຜົນສູງ. ບັນດາອົງການຂອງ ສປຊ ກໍ່ອີງຕາມຂັ້ນຕອນນີ້ກ່ອນທີ່ຈະຊື້ຜະລິດຕະພັນການແພດຕ່າງໆ. ການກະທຳດັ່ງກ່າວໄດ້ເປີດເສັ້ນທາງໃຫ້ແກ່ບັນດາປະເທດພວມພັດທະນາອາດສາມາດເຂົ້າເຖິງວັກຊິນຕ້ານພະຍາດໝາກສຸກລິງ, ໃນສະພາບການຫຼາຍປະເທດບໍ່ມີເຕັກໂນໂລຢີ ແລະແຫຼ່ງກຳລັງເພື່ອກວດກາຄວາມປອດໄພ ແລະປະສິດທິຜົນຂອງວັກຊິນຢ່າງເຂັ້ມງວດ. ທ່ານ ປ.ອ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO  ຖືວ່າ ເລື່ອງວັກຊິນຕ້ານພະຍາດໝາກສຸກລິງ ໄດ້ຮັບການອະນຸມັດຜ່ານໃນເບື້ອງຕົ້ນແມ່ນບາດກ້າວສຳຄັນໃນການຕ້ານພະຍາດທີ່ພວມແຜ່ລະບາດຢ່າງແຮງຢູ່ຫຼາຍປະເທດອາບຟຼິກການີ້ ກໍ່ຄືໃນອະນາຄົດ.

ແຫຼ່ງຄັດຈາກ: vovworld.vn