leftcenterrightdel
ພາບປະກອບ: ກະຊວງການຕ່າງປະເທດ ອັງກິດ. 

ວັນທີ 11 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພ້ອມກັບຄູ່ຮ່ວມຕຳແໜ່ງອັງກິດ ທ່ານ David Lammy ໄດ້ຢັ້ງຢືນຈະຮ່ວມມືເພື່ອສະໜັບສະໜູນ ຢູແກຼນ ໃນການປະທະກັນກັບ ລັດເຊຍ. ໃນການເຈລະຈາ 3 ຝ່າຍກັບຄູ່ຮ່ວມຕຳແໜ່ງ ຢູແກຼນ ຢູ່ນະຄອນຫຼວງ Kiev, ທ່ານ Antony Blinken ໃຫ້ຮູ້ວ່າ ການຢ້ຽມຢາມໄດ້ສົ່ງສານຢ່າງແຮງວ່າ ສອງປະເທດ ອັງກິດ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຢູແກຼນ. ນີ້ແມ່ນຄັ້ງທີ 5 ທີ່ ທ່ານ  Blinken ໄປຢ້ຽມຢາມ Kiev ນັບແຕ່ເວລາການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນເມື່ອຕົ້ນປີ 2022.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Lammy ກໍ່ໃຫ້ຄຳໝັ້ນສັນຍາວ່າ ອັງກິດ ຈະພ້ອມກັບອາເມລິກາ ໜູນຊ່ວຍ ຢູແກຼນ ຈົນຮອດເວລາການປະທະກັນຢຸດຕິ, ພ້ອມທັງຖະແຫຼງວ່າ ລອນດອນ ຈະສະໜອງບ້ວງເງິນທີ່ມີມູນຄ່າ 781 ລ້ານ USD ໃຫ້ແກ່ Kiev. ການຢ້ຽມຢາມ ຢູແກຼນ ຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ອັງກິດ ໄດ້ດຳເນີນໃນຈຸດເວລາທີ່ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ດຳເນີນຢ່າງດຸເດືອດ ພາຍຫຼັງ Kiev ປຸກລະດົມການບຸກໂຈມຕີແບບບໍ່ຄາດຄິດເລັ່ງໃສ່ເຂດ Kursk ຂອງ ລັດເຊຍ. ໃນຊຸມເດືອນມໍ່ໆມານີ້, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ສະເໜີຝ່າຍຕາເວັນຕົກຢ່າງລຽນຕິດກ່ຽວກັບການສະໜອງອາວຸດທີ່ມີກຳລັງໄຟແຮງກວ່າ ແລະ ຫຼຸດບັນດາຂໍ້ຈຳກັດໃນການນຳໃຊ້ອາວຸດລົງ.

ໃນຂະນະນັ້ນ, ວັນທີ 10 ກັນຍາ, ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ ອົງການນີ້ ບັນລຸໄດ້ຂໍ້ຕົກລົງໂດຍພື້ນຖານກັບ ຢູແກຼນ ກ່ຽວກັບການສະໜອງບ້ວງເງິນໜູນຊ່ວຍທີ່ມີມູນຄ່າປະມານ 1,1 ຕື້ USD.

ແຫຼ່ງຄັດຈາກ: vovworld.vn