leftcenterrightdel
ທ່ານ Nasser Kanani ໂຄສົກກະຊວງການຕ່າງປະເທດ ອີຣານ. ພາບ: IRNA/TTXVN.

ອີຣານ ຈະໂຕ້ຕອບບັນດາມາດຕະການລົງໂທດໃໝ່ໂດຍອັງກິດ, ຝລັ່ງ ແລະ ເຢຍລະມັນ ຈັດວາງ ດ້ວຍຂໍ້ກ່າວຫາ ອີຣານ ໄດ້ສະໜອງລູກສອນໄຟໄລຍະສັ້ນໃຫ້ແກ່ລັດເຊຍ ເພື່ອນຳໃຊ້ເຂົ້າໃນການປະທະກັນກັບ ຢູແກຼນ. ວັນທີ 10 ກັນຍາ, ທ່ານ Nasser Kanani ໂຄສົກກະຊວງການຕ່າງປະເທດ ອີຣານໄດ້ປະກາດວ່າ ອີຣານ ຄັດຄ້ານການກະທຳຂອງ 3 ປະເທດເອີລົບ ແລະຖືການກະທຳນີ້ແມ່ນການກະທຳຕ້ານປະຊາຊົນ ອີຣານ, ດັ່ງນັ້ນ ອີຣານ ຈະມີການກະທຳໂຕ້ຕອບທີ່ສົມຄວນ.

ກ່ອນໜ້ານັ້ນ, ອັງກິດ, ຝລັ່ງ ແລະເຢຍລະມັນ ໄດ້ຖະແຫຼງຈະດຳເນີນບັນດາມາດຕະການລົບລ້າງຂໍ້ຕົກລົງການບໍລິການທາງການບິນກັບອີຣານ ແລະມຸ່ງໄປເຖິງການຈັດວາງໃສ່ຄຳສັ່ງລົງໂທດບໍລິສັດການບິນ Iran Air ຂອງປະເທດ ສາທາລະນະລັດ ອິດສະລາແອັນ. ໄປຄຽງຄູ່ກັນນັ້ນ, ບັນດາປະເທດກໍ່ຈະຈັດວາງບັນດາຄຳສັ່ງລົງໂທດ “ຕໍ່ອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ກ່ຽວຂ້ອງເຖິງໂຄງການລູກສອນໄຟນຳວິຖີຂອງອີຣານ, ກໍ່ຄືການສົ່ງລູກສອນໄຟນຳວິຖີ ແລະອາວຸດຕ່າງໆໃຫ້ແກ່ ລັດເຊຍ”.

ອີຣານ ໄດ້ປະຕິເສດຂໍ້ກ່າວຫາ ໂດຍ 3 ປະເທດຝ່າຍຕາເວັນຕົກ ຍົກອອກມາກ່ຽວກັບການຂົນສົ່ງອາວຸດ ເພື່ອໃຫ້ລັດເຊຍ ນຳໃຊ້ເຂົ້າໃນການປະທະກັນກັບຢູແກຼນ. ທ່ານ Kanani ເນັ້ນໜັກວ່າ ທຸກຂໍ້ກ່າວຫາວ່າ ອີຣານ “ຂາຍລູກສອນໄຟນຳວິຖີໃຫ້ແກ່ສະຫະພັນ ລັດເຊຍ ແມ່ນໄຮ້ບ່ອນອີງ ແລະບໍ່ຖືກຕາມມູນຄວາມຈິງ”.

ແຫຼ່ງຄັດຈາກ: vovworld.vn