ຕອນບ່າຍວັນທີ 4 ກັນຍາ, ກຳລັງ Hezbollah ຢູ່ລີບັງ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ເຂດພາກເໜືອ ອິດສະລາແອັນ ຢ່າງດຸເດືອດ. ຕາມກຳລັງປ້ອງກັນຕົວອິດສະລາແອັນ (IDF) ແລ້ວ, Hezbollah ໄດ້ຍິງລູກສອນໄຟ 65 ລູກມຸ່ງເຂົ້າໃສ່ເຂດ Galilee. ນີ້ໄດ້ຮັບຖືວ່າແມ່ນການບຸກໂຈມຕີດ້ວຍລູກສອນໄຟໃຫຍ່ທີ່ສຸດໃນໄລຍະໜຶ່ງອາທິດຜ່ານມາຂອງກຸ່ມປະກອບອາວຸດ ລີບັງ ເຂົ້າໃສ່ເຂດດິນແດນ ອິດສະລາແອັນ.

ກອງທັບອິດສະລາແອັນ ໄດ້ໂຕ້ຕອບການບຸກໂຈມຕີດ້ວຍການບຸກໂຈມຕີທາງອາກາດຫຼາຍຄັ້ງ ເລັ່ງໃສ່ບັນດາເປົ້າໝາຍ Hezbollah, ໃນນັ້ນມີຖານຍິງລູກສອນໄຟຢູ່ສອງເຂດ Kounine ແລະ Qabrikha, ຢູ່ທາງທິດໃຕ້ ລີບັງ. ໃນຕອນເຊົ້າວັນທີ 4 ກັນຍາ, ເຮືອບິນສູ້ຮົບຂອງອິດສະລາແອັນ ກໍ່ໄດ້ບຸກໂຈມຕີຢ່າງດຸເດືອດເລັ່ງໃສ່ບັນດາເປົ້າໝາຍ Hezbollah ຢູ່ເຂດ Zibqin, Khiam ແລະ Ayta ash-Shab.

ຢູ່ເຂດກາຊາ, ໂດຍບໍ່ຫົວຊາຕໍ່ກຳລັງກົດດັນຢ່າງແຮງທັງຢູ່ພາຍໃນປະເທດ ແລະສາກົນ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຍັງຮັກສາຫຼັກໝັ້ນຮັກສາສິດການຄວບຄຸມຢູ່ເຂດແບ່ງແຍກລະຫວ່າງ Philadelphi ແລະແຫຼມ Sinai ຂອງເອຢິບ. ໃນການຖະແຫຼງຂ່າວຄັ້ງພິເສດຢູ່ Jerusalem ໃນຕອນຄ່ຳວັນທີ 4 ກັນຍາ, ທ່ານນາຍົກລັດຖະມົນຕີ Netanyahu ເນັ້ນໜັກວ່າ: ຕອນໃດທີ່ຍັງບໍ່ທັນມີຄົນປ່ຽນແທນໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງໃຫ້ແກ່ແລວທາງ Philadelphi, ໃນນັ້ນ ໜ້າທີ່ແຖວໜ້າແມ່ນສະກັດກັ້ນການສະໜອງອາວຸດໃຫ້ແກ່ກຳລັງ ຮາມາດສ, ແມ່ນຕອນນັ້ນ ກອງທັບອິດສະລາແອັນ ຈະຕ້ອງສືບຕໍ່ມີໜ້າຢູ່ແລວທາງນີ້.

ແຫຼ່ງຄັດຈາກ:​ vovworld.vn