leftcenterrightdel
ທ່ານ Shin Won-sik ລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ ແລະທ່ານLloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ພາບ: ກະຊວງປ້ອງກັນປະເທດ ສ.ເກົາຫຼີ

ວັນທີ 4 ກັນຍາ, ວົງການເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ແລະກະຊວງການຕ່າງປະເທດອາເມລິກາ ແລະ ສ.ເກົາຫຼີ ໄດ້ດຳເນີນກອງປະຊຸມຄັ້ງທີ 5 ຂອງກຸ່ມຍຸດທະສາດນາບຂູ່ເປີດກວ້າງ ແລະການປຶກສາລະຫວ່າງສອງປະເທດ, ຢູ່ນະຄອນຫຼວງ ວໍຊິງຕັນ. ນະທີ່ນີ້, ສອງຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາການເຄື່ອນໄຫວຂອງ ສປປ.ເກົາຫຼີ ຢູ່ລຽບຕາມເຂດປອດການທະຫານເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ແຫຼມເກົາຫຼີ. ວົງການເຈົ້າໜ້າທີ່ອາເມລິກາ ແລະສ.ເກົາຫຼີ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາບັນລຸໄດ້ການປອດນິວເຄຼຍຢ່າງສິ້ນເຊິງຢູ່ ແຫຼມເກົາຫຼີ ບົນພື້ນຖານບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ. ສ່ວນຝ່າຍ ອາເມລິກາ ໄດ້ຢ້ຳຄືນການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ສ.ເກົາຫຼີ ທີ່ສືບຕໍ່ຮັກສາການພົວພັນທາງການທູດກັບ ສປປ.ເກົາຫຼີ ແລະສອງຝ່າຍກໍ່ຢັ້ງຢືນຄືນໃໝ່ກ່ຽວກັບການສືບຕໍ່ກຽມພ້ອມກັນເຈລະຈາກັບ ສປປ.ເກົາຫຼີ.

ແຫຼ່ງຄັດຈາກ: vovworld.vn