leftcenterrightdel
ທ່ານ John Podesta ທູດພິເສດກ່ຽວກັບດິນຟ້າອາກາດຂອງທ່ານປະທານາທິບໍດີ ອາເມລິກາ. ພາບ: Reuters

ການຢ້ຽມຢາມຂອງທ່ານ John Podesta ຈະສຸມໃສ່ບັນດາຂົງເຂດເຊິ່ງໄດ້ກຳນົດໃນຂໍ້ຕົກລົງຮ່ວມມືດ້ານດິນຟ້າອາກາດລະຫວ່າງ 2 ປະເທດໃນປີ 2023. ຕາມຂໍ້ຕົກລົງດັ່ງກ່າວແລ້ວ, ອາເມລິກາ ແລະຈີນ ຈະຍູ້ແຮງການພັດທະນາພະລັງງານທົດແທນ ເພື່ອຈຳກັດການນຳໃຊ້ເຊື້ອເພີງ. ປະຈຸບັນ, ອາເມລິກາ ພວມຊອກຫາວິທີເພື່ອກະຕຸກຊຸກຍູ້ ຈີນ ຍົກອອກກບັນດາເປົ້າໝາຍດິນຟ້າອາກາດມັກໃຫຍ່ໄຝ່ສູງ, ໃນສະພາບຈຸດເວລາສຸດທ້າຍແມ່ນຕົ້ນປີ 2025 ໃກ້ຈະມາຮອດແລ້ວເມື່ອບັນດາປະເທດຕ້ອງຍື່ນສະເໜີເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດໃນໄລຍະຕໍ່ໄປຂຶ້ນຕໍ່ສະຫະປະຊາຊາດ.

ແຫຼ່ງຄັດຈາກ: vovworld.vn