ເຫດຍິງລູກສອນໄຟແຮງທີ່ສຸດຂອງ ESA ໄດ້ດຳເນີນໄປດ້ວຍດີໃນເງື່ອນໄຂອາກາດອຳນວຍຄວາມສະດວກຈາກສະໜາມບິນຈັກກະວານຂອງເອີຣົບ ຢູ່ Kourou, ເຂດດິນແດນ Guyane ຂຶ້ນກັບ ຝລັ່ງ. ລູກສອນໄຟໄດ້ນໍາໃຊ້ ເພື່ອນຳດາວທຽມຂຶ້ນວົງໂຄຈອນນີ້ໄດ້ຂຶ້ນແຜນຍິງເມື່ອປີ 2020, ແຕ່ບັນຫາໂລກລະບາດໂຄວິດ - 19 ແລະການປະສົບກັບຫຼາຍບັນຫາເຕັກນິກເຮັດໃຫ້ແຜນການບໍ່ໄດ້ຜັນຂະຫຍາຍ. ໃນຂະນະນັ້ນ, ລູກສອນໄຟລຸ້ນກ່ອນແມ່ນ Ariane 5 “ໄດ້ຢຸດການໃຊ້ງານ”, ເຮັດໃຫ້ສະຫະພາບເອີຣົບ (EU) ບໍ່ມີພາຫະນະເອກະລາດເພື່ອນຳສົ່ງດາວທຽມເຂົ້າຂຶ້ນສູ່ຮ່ວງອາວະກາດ.

ແຫຼ່ງຄັດຈາກ: vovworld.vn