leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ບັນດາມາດຕະການດັ່ງກ່າວໄດ້ຮັບການປະຕິບັດແນໃສ່ປົກປ້ອງຜົນປະໂຫຍດໃຫ້ແກ່ບັນດາຂະແໜງກະສິກຳຂອງ ສະຫະພາບເອີຣົບ (ອີຢູ), ພາຍຫຼັງທີ່ການສົ່ງອອກຜະລິດຕະພັນກະເສດຂອງ ຢູແກຼນ ເຂົ້າຕະຫຼາດນີ້ເພີ່ມຂຶ້ນຢ່າງແຮງ. ເຖິງຢ່າງໃດກໍຕາມ, ການເພີ່ມແຫຼ່ງສະໜອງໄຂ່ ແລະ ເຂົ້າໂອ໊ດລາຄາຖືກຈາກ ຢູແກຼນ ໄດ້ເຮັດໃຫ້ເກີດກະແສຄັດຄ້ານຈາກຊາວກະສິກອນ ອີຢູ, ຍ້ອນມີຄວາມວິຕົກກັງວົນກ່ຽວກັບການແກ້ງແຍ້ງທີ່ບໍ່ໂປ່ງໃສ. ດັ່ງນັ້ນ, ອີຢູ ໄດ້ຕົກລົງຈັດວາງໂຄຕານຳເຂົ້າເພື່ອຮັກສາສະຖຽນລະພາບຕະຫຼາດພາຍໃນກຸ່ມ.  ເລື່ອງຈັດວາງອັດຕາພາສີອາກອນ ໄດ້ຮັບການຄາດຄະເນວ່າ ຈະສົ່ງຜົນກະທົບໃດໜຶ່ງຕໍ່ລາຄາ ແລະແຫຼ່ງສະໜອງ ໄຂ່, ເຂົ້າໂອ໊ດຢູ່ຕະຫຼາດອີຢູ.

ແຫຼ່ງຄັດຈາກ: vovworld.vn