leftcenterrightdel
ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ

ບັ້ນແດດຮ້ອນທີ່ອັນຕະລາຍພວມກວມລວມຫຼາຍນະຄອນຢູ່ 4 ທະວີບໃນໂລກໃນສະພາບທີ່ເຄິ່ງຂົ້ວໂລກເໜືອກ້າວເຂົ້າສູ່ຊຸມວັນທຳອິດຍາມລະດູແລ້ງ. ສະພາບການນີ້ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດວ່າ ລະດູແລ້ງປີນີ້ຈະຢັ້ງຢືນ ລະດັບສະຖິຕິໃໝ່ກ່ຽວກັບອຸນຫະພູມ, ເຊິ່ງສູງກວ່າອຸນຫະພູມຍາມລະດູແລ້ງປີ 2023.

ຕາມອົງການບໍລິຫານຂັ້ນບັນຍາກາດ ແລະມະຫາສະໝຸດແຫ່ງຊາດ ອາເມລິກາ ແລ້ວ, ບັນດາປະເທດ ເມດີເຕີເຣນຽນ ຕ້ອງຮັບແດດຮ້ອນທີ່ຮ້າຍແຮງ, ເຮັດໃຫ້ໄຟໄໝ້ປ່າ ຢູ່ ປອກຕຸຍການ ແລະ ເກຼັກ ແລະ ລຽບຕາມຫາດຊາຍທະເລດ ອາເຊີຣີ ຢູ່ທາງທິດເໜືອອາບຟຼິກກາ.

ນັບແຕ່ເວລາກ້າວເຂົ້າລະດູແລ້ງຢ່າງເປັນທາງການ, ເອີລົບ ໄດ້ຮັບຮູ້ກໍລະນີຈຳນວນໜຶ່ງເສຍຊີວິດຍ້ອນແດດຮ້ອນ. ແດດຮ້ອນຜິດປົກກະຕິທີ່ແກ່ຍາວໃນໄລຍະປະມານ 1 ອາທິດຜ່ານມາ ໄດ້ເຮັດໃຫ້ແຂກທ່ອງທ່ຽວຕ່າງປະເທດ 3 ຄົນເສຍຊີວິດຢູ່ເກຼັກ. ສ່ວນຢູ່ ແຊກບີ, ວົງການນັກຊ່ຽວຊານອຸຕຸນິຍົມ ແຫ່ງຊາດ ປະເທດນີ້ ໄດ້ຮັບຮູ້ອຸນຫະພູມປະມານ 40 ອົງສາຊີ ໃນອາທິດນີ້.

ຕາມອົງການດິນຟ້າອາກາດແຫ່ງຊາດອາເມລິກາແລ້ວ, ບັນດາເຂດຢູ່ພາກກາງຕາເວັນຕົກ ແລະທາງທິດຕາເວັນອອກສ່ຽງເໜືອຂອງ ອາເມລິກາ ກໍ່ພວມມີອາກາດແດດຮ້ອນຢ່າງຮ້າຍແຮງ, ເຊິ່ງເຮັດໃຫ້ເຈົ້າໜ້າທີ່ຕ້ອງປະກາດສະພາບອາກາດແດດຮ້ອນອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ.

ແຫຼ່ງຄັດຈາກ: vovworld.vn