ຕາມແຜນການ, ທຳອິດແມ່ນບັນດາລັດຖະມົນຕີຂອງ EU ຈະເລີ່ມປະຕິບັດການເຈລະຈາກັບ ຢູແກຼນ, ຖັດຈາກນັ້ນ ແມ່ນກັບ ໂມໂດວາ ຢູ່ ລຸກຊຳບວກ ໃນຕອນບ່າຍວັນທີ 25 ມິຖຸນາ. ຕົ້ນເດືອນມິຖຸນາ, ສະພາເອີລົບ (EC) ໄດ້ຖະແຫລງວ່າ ຢູແກຼນ ແລະ ໂມໂດວາ ໄດ້ຕອບສະໜອງທັງໝົດມາດຖານທີ່ຈຳເປັນເພື່ອເລີ່ມຕົ້ນການເຈລະຈາ.

ໃນວັນດຽວກັນ, ທ່ານ Giancarlo Giorgetti, ລັດຖະມົນຕີກະຊວງເສດຖະກິດອີຕາລີ ໃຫ້ຮູ້ວ່າບັນດາປະເທດໃນ EU ອາດຈະສະໜອງ 60% ຂອງບ້ວງກູ້ຢຶມ 50 ຕື້ USD ຊື່ງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7)  ທີ່ໄດ້ໃຫ້ຄຳໝັ້ນສັນຍາສະໜອງໃຫ້ແກ່ ຢູແກຼນ ກ່ອນນັ້ນ.

ແຫຼ່ງຄັດຈາກ: vovworld.vn