ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫງວຽນມິງຫວູ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການເຊີດຊູ, ເຄົາລົບ ແລະ ປະຕິບັດສົນທິສັນຍາ; ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການບໍລິຫານ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບທະເລຕາເວັນອອກ, ຫົວໜ້າຄະນະຜູ້ແທນຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກປະຕິບັດນະໂຍບາຍທະເລຢ່າງມີຄວາມຮັບຜິດຊອບ ແລະຖືກຕ້ອງຕາມກົດໝາຍ, ພ້ອມກັນຮັບປະກັນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະພັດທະນາແບບຍືນຍົງ; ຢັ້ງຢືນ ຫວຽດນາມ ຍາມໃດກໍມານະພະຍາຍາມພ້ອມກັບບັນດາປະເທດໃນພາກພື້ນ ຊຸກຍູ້ການເຄົາລົບສົນທິສັນຍາ ແລະ ປະຕິບັດ DOC ຢ່າງຄົບຖ້ວນ ແລະມານະພະຍາຍາມເຈລະຈາເພື່ອບັນລຸໄດ້ COC ຢ່າງແທ້ຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ໂດຍ: ກວຽດເຕິມ