ນີ້ແມ່ນເຫດການພິເສດເພາະວ່າທ່ານ Modi ກາຍເປັນການນຳຄົນໜຶ່ງດຽວຖັດຈາກທ່ານນອະດີດນາຍົກລັດຖະມົນຕີ Jawaharlal Nehru, ຜູ້ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຜູ້ນຳໜ້າລັດຖະບານ 3 ອາຍຸການຢ່າງລຽນຕິດ. ພ້ອມກັບທ່ານນາຍົກລັດຖະມົນຕີ Narendra Modi, ບັນດາສະມາຊິກໃນສະພາລັດຖະມົນຕີອາຍຸການໃໝ່ ກໍໄດ້ເຂົ້າສາບານຕົວຮັບດຳລົງຕຳແໜ່ງເຊັ່ນດຽວກັນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ພາບ: PTI

ພິທີສາບານຕົວໄດ້ດຳເນີນໃນເງື່ອນໄຂຄວາມໝັ້ນຄົງໄດ້ຮັບການຮັດແໜ້ນຢູ່ນະຄອນຫຼວງນິວເດລີ. ມີຕຳຫຼວດກຈະລາຈອນວ່າ 1.100 ຄົນຂອງນະຄອນຫຼວງອິນເດຍ ໄດ້ຮັບການຜັນຂະຫຍາຍເພື່ອບໍລິຫານ, ແນະນໍາການສັນຈອນທາງຄົມມະນາຄົມເພື່ອອຳນວຍຄວາມສະດວກໃຫ້ບັນດາຄະນະຜູ້ແທນເຂົ້າຮ່ວມພິທີ. ພິທີສາບານຕົວຮັບດຳລົງຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ Narendra Modi ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດບ້ານໃກ້ເຮືອນຄຽງ ແລະບັນດາປະເທດມະຫາສະໜຸດອິນເດຍ.

ແຫຼ່ງຄັດຈາກ: vovworld.vn