leftcenterrightdel
ພາບປະກອບ: AFP

ວັນທີ 10 ເມສາ, ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ ການເຕີບໂຕເສດຖະກິດທົ່ວໂລກ ຈະຢູ່ໃນລະດັບ 2,8% ໃນປີ 2030, ຕ່ຳກວ່າ 1% ເມື່ອທຽບໃສ່ລະດັບສະເລ່ຍໃນປະຫວັດສາດ, ຖ້າຫາກວ່າບັນດາປະເທດບໍ່ດຳເນີນການປະຕິຮູບຄັ້ງໃຫຍ່ ເພື່ອຊຸກຍູ້ສະມັດຕະພາບ ແລະເຕັກໂນໂລຢີ ເຊັ່ນປັນຍາປະດິດ (AI).

ຄາດວ່າ, ໃນບົດລາຍງານແງ່ຫວັງເສດຖະກິດໂລກ (WEO), ປະກາດໃນວັນທີ 16 ເມສາ ຈະມາເຖິງ, IMF ໄດ້ຊີ້ໃຫ້ເຫັນວ່າ ລະດັບຄວາມໄວການເຕີບໂຕທົ່ວໂລກສືບຕໍ່ຫຼຸດລົງກວ່າອີກພາຍຫຼັງກຳລັງແຮງການເຕີບໂຕຊ້າລົງເລື້ອຍໆນັບແຕ່ວິກິດການດ້ານການເງິນທົ່ວໂລກ ປີ 2008 – 2009. IMF ໃຫ້ຂໍ້ສັງເກດວ່າ ຖ້າບໍ່ມີບັນດາບາດກ້າວເດີນຢ່າງກະໂດດຂັ້ນແນໃສ່ຍົກສູງສະມັດຕະພາບນັ້ນ, ການເຕີບໂຕເສດຖະກິດທົ່ວໂລກຈະຫຼຸດລົງຕ່ຳກວ່າລະດັບສະເລ່ຍໃນປະຫວັດສາດຫຼາຍ.

ແຫຼ່ງຄັດຈາກ: vovworld.vn