ດ້ວຍການເຂົ້າເປັນສະມາຊິກຂອງສະພາ, ນັບແຕ່ເດືອນມັງກອນປີ 2025 ຈົນຮອດໝົດປີ 2027, ຫວຽດນາມ ຈະເຂົ້າຮ່ວມການປະສານງານສ້າງ ແລະຜັນຂະຫຍາຍບັນດາຂໍ້ກຳນົດໃຫຍ່ຂອງ UN Women, ຮັບປະກັນບັນດາຍຸດທະສາດ ແລະການເຄື່ອນໄຫວຂອງອົງການນີ້ຢ່າງມີຄວາມສະເໝີຕົ້ນປະເໝີປາຍດ້ວຍບັນດາເປົ້າໝາຍ ແລະນະໂຍບາຍສັງລວມຂອງ ສປຊ ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການມອບສິດໃຫ້ແກ່ແມ່ຍິງ. ໂດຍແມ່ນສະມາຊິກຂອງສະພາບໍລິຫານງານ, ຫວຽດນາມ ກໍ່ຈະເຂົ້າຮ່ວມວິວັດການໃຫ້ສັດຕະຍາບັນບັນດາແຜນການ, ລາຍການເຄື່ອນໄຫວກໍ່ຄືຂໍ້ກຳນົດກ່ຽວກັບການປະຕິບັດລະບຽບການບໍລິຫານ, ການເງິນ ແລະງົບປະມານຂອງ UN Women.

leftcenterrightdel
ບັນຍາກາດທີ່ວາລະປະຊຸມຂອງສະພາເສດຖະກິດສັງຄົມ ສປຊ  (ECOSOC). ພາບ: ສໍານັກຂ່າວສານຫວຽດນາມ

ເລື່ອງສະມາຊິກ ECOSOC ທັງໝົດເຫັນດີເຫັນພ້ອມປ່ອນບັດເລືຶອກຕັ້ງເອົາຫວຽດນາມ ເຂົ້າເປັນສະມາຊິກສະພາບໍລິຫານອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະການມອບສິດໃຫ້ແກ່ແມ່ຍິງ  (UN Women) ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ ແລະການຕີລາຄາສູງຂອງປະຊາຄົມສາກົນຕໍ່ບັນດານະໂຍບາຍ, ຜົນງານກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະຄວາມມານະພະຍາຍາມຮ່ວມມືສາກົນຂອງຫວຽດນາມ ໃນຂົງເຂດນີ້.

ໂດຍ: ທະນາພອນ