ເສດຖະກິດຈີນ ຈະເຕີບໂຕ 5,3% ໃນປີ 2024
ວິທະຍຸສາກົນ ແຫ່ງ ສປ ຈີນ, ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ ຫຼື AMRO ໄດ້ເປີດເຜີຍບົດລາຍງານ “ການຈ້ອງມອງເບິ່ງເສດຖະກິດພາກພື້ນອາຊຽນ ກັບ ຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ ປີ 2024” ຢູ່ສິງກະໂປ.
    |
 |
ເສດຖະກິດຈີນ ຈະເຕີບໂຕ 5,3% ໃນປີ 2024. ພາບ: kpl.gov.la |
ບົດລາຍງານເຫັນວ່າ: ການເຕີບໂຕດ້ານເສດຖະກິດພາກພື້ນອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ ຈະເພີ່ມຈາກ 4,3% ໃນປີ 2023 ຂຶ້ນເປັນ 4,5% ໃນປີ 2024, ຄາດວ່າ ຈັງຫວະເຕີບໂຕຂອງເສດຖະກິດໃນປີ 2025 ຢູ່ໃນລະດັບ 4,2%. ຈັງຫວະເຕີບໂຕດ້ານເສດຖະກິດຂອງ ສປ ຈີນ ຈະເພີ່ມຈາກ 5,2% ໃນປີ 2023 ຂຶ້ນເປັນ 5,3% ໃນປີ 2024, ຄາດວ່າ ຈັງຫວະເຕີບໂຕຂອງເສດຖະກິດຈີນ ໃນປີ 2025 ຢູ່ໃນລະດັບ 4,9%. ບົດລາຍງານຄາດວ່າ: ປີ 2024, ສາມປະເທດທີ່ມີຈັງຫວະເສດຖະກິດເຕີບໂຕໄວທີ່ສຸດໃນພາກພື້ນອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ ໄດ້ແກ່ ຟີລິບປີນ, ກໍາປູເຈຍ ແລະສສ ຫວຽດນາມ, ໃນນັ້ນ ເສດຖະກິດຂອງຟີລິບປີນ ຈະເຕີບໂຕ 6,3%, ກໍາປູເຈຍ ຈະເຕີບໂຕ 6,2%, ສ່ວນ ສສ ຫວຽດນາມ ຈະເຕີບໂຕ 6,0%.
ແຫຼ່ງຄັດຈາກ: kpl.gov.la