leftcenterrightdel
ປະຊາຊົນຈັດການແຫ່ຂະບວນປະທ້ວງ. ພາບ:The Times of Israel

ຕອນຄ່ຳວັນທີ 31 ມີນາ, ປະຊາຊົນປະມານ 100.000 ຄົນໄດ້ເຕົ້າໂຮມກັນເດີນຂະບວນປະທ້ວງຢູ່ນອກສຳນັກງານສະພາແຫ່ງຊາດອິດສະຣາແອນ ຢູ່ນະຄອນ Jerusalem, ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ Benjamin Betanyahu ແລະ ລັດຖະບານຈັດການເລືອກຕັ້ງຄັ້ງໃຫຍ່ ແລະສ້າງຕັ້ງລັດຖະບານໃໝ່ທີ່ມີຄວາມສາມາດມຸ່ງໄປເຖິງຂໍ້ຕົກລົງແລກປ່ຽນຕົວປະກັນ ກັບຂະບວນການອິດສະລາມຮາມາດ. ການນຳຝ່າຍຄ້ານຢູ່ ອິດສະຣາແອນ ປະກາດສະໜັບສະໜູນການແຫ່ຂະບວນປະທ້ວງ, ຖືນັ້ນແມ່ນການກະທຳກູ້ຊາດ.

ໂດຍບໍ່ຫົວຊາຕໍ່ຄວາມກົດດັນຈາກຝ່າຍຄ້ານ ແລະ ຜູ້ເດີນຂະບວນປະທ້ວງ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ປະກາດຈະບໍ່ດຳເນີນການເລືອກຕັ້ງທົ່ວປະເທດ ໃນສະພາບການປະຈຸບັນ. ຕາມຜູ້ນຳລັດຖະບານ ອິດສະຣາແອນ ແລ້ວ, ການຈັດຕັ້ງການເລືອກຕັ້ງໃນຊ່ວງເວລານີ້ແມ່ນບໍ່ເໝາະສົມ ແລະມີພຽງຜົນປະໂຫຍດໃຫ້ແກ່ຂະບວນການອິດສະລາມ ຮາມາດ.

ແຫຼ່ງຄັດຈາກ: vovworld.vn