leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານນາງ Ramla Al Khalidi ຫົວໜ້າອົງການຜູ້ຕາງໜ້າຂອງອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ກະຊວງກະສິກຳ ແລະພັດທະນາຊົນນະບົດ, ກະຊວງກໍ່ສ້າງ ແລະ UNDP ໄດ້ສ້າງເຮືອນກວ່າ 4000 ຫຼັງ, ປູກຝັງ ແລະຟື້ນຟູປ່າຊາຍເລນ 4000 ແຮັກຕາ, ປະຕິບັດຊຸດບຳລຸງສ້າງ 550 ຊຸດກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ ອີງຕາມ ປະຊາຄົມ (CBDRM) ແລະສະໜອງຂໍ້ມູນດິນຟ້າອາກາດໃຫ້ແກ່ ກວ່າ 62.000 ຄອບຄົວ ຢູ່ເຂດແຄມທະເລພາກກາງຫວຽດນາມ. UNDP ປາດຖະໜາຢາກ ທຸກຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງເລັກນ້ອຍຈາກໄພທຳມະຊາດ ຈະຮ່ວມແຮງຮ່ວມໃຈ ແລະໜູນຊ່ວຍ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງການກ່າວເຕືອນໄພທຳມະຊາດໂດຍໄວ ຢູ່ຫວຽດນາມ ເພື່ອແນໃສ່ຫຼຸດຜ່ອນຜົນເສຍຫາຍຂອງປະຊາຄົມໂດຍໄພທຳມະຊາດກໍ່ຂຶ້ນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ