leftcenterrightdel
ການພົບປະເຈລະຈາ ລະຫວ່າງສອງປະເທດ. ພາບ: ກະຊວງການຕ່າງປະເທດ ຈີນ

ວັນທີ 18 ກັນຍາ, ຢູ່ ມົດສະກູ, ສະຫະພັນ ລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ມີການພົບປະເຈລະຈາກັບຄູ່ຮ່ວມຕຳແໜ່ງລັດເຊຍ Sergei Lavrov. ຢູ່ການພົບປະເຈລະຈາ, ທ່ານ ຫວາງອີ ໄດ້ຢັ້ງຢືນວ່າ ສອງປະເທດລ້ວນແຕ່ເດີນຕາມນະໂຍບາຍການທູດເອກະລາດ, ການຮ່ວມມືສອງຝ່າຍບໍ່ແນໃສ່ຝ່າຍທີສາມ, ພ້ອມທັງເນັ້ນໜັກວ່າ ຈີນ ແລະ ລັດເຊຍ ມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງໃນການຮັກສາຄວາມສະຖຽນລະພາບຍຸດທະສາດ ທົ່ວໂລກ, ຕ້ອງສືບຕໍ່ເພີ່ມທະວີການສົມທົບດ້ານຍຸດທະສາດ.

ສ່ວນທ່ານ ລັດຖະມົນຕີ Lavrov ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຈີນ ໃນຫຼາຍຂົງເຂດຄືເສດຖະກິດ, ການຄ້າ, ກິລາ. ທ່ານຮຽກຮ້ອງໃຫ້ສອງປະເທດຍູ້ແຮງການຮ່ວມມືໃນບັນດາຂອບເຂດຫຼາຍຝ່າຍ. ທ່ານຊີ້ໃຫ້ເຫັນວ່າການຮ່ວມມືລະຫວ່າງ ລັດເຊຍ ແລະ ຈີນ ສວມບົດບາດສຳຄັນໃນການຮັບປະກັນຄວາມດຸ່ນດ່ຽງດ້ານຜົນປະໂຫຍດໃນບັນດາວິວັດທະນາການພວມພັດທະນາ ຕາມຫຼາຍທິດທີ່ແຕກຕ່າງກັນຂອງໂລກ.

ແຫຼ່ງຄັດຈາກ: vovworld.vn