ໃນຂອບເຂດສັບປະດາປົກປ້ອງສາມັນຊົນ ໃນການປະທະກັນດ້ວຍອາວຸດ ປີ 2023 (22-26/5), ຢູ່ສໍານັກງານ ສປຊ (ນິວຢອກ, ອາເມລິກາ) ວັນທີ 26 ພຶດສະພາ, ໄດ້ດໍາເນີນກອງປະຊຸມປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ ດ້ວຍຫົວຂໍ້ “ຮັບປະກັນຄວາມໝັ້ນຄົງ ແລະຊີວິດຂອງສາມັນຊົນໃນການປະທະກັນ: ແກ້ໄຂສະພາບຂາດແຄນສະບຽງອາຫານ ແລະຮັກສາການບໍລິການທີ່ຈໍາເປັນ”.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ ດ້ວຍຫົວຂໍ້ “ຮັບປະກັນຄວາມໝັ້ນຄົງ ແລະຊີວິດຂອງສາມັນຊົນໃນການປະທະກັນ: ແກ້ໄຂສະພາບຂາດແຄນສະບຽງອາຫານ ແລະຮັກສາການບໍລິການທີ່ຈໍາເປັນ”. ພາບ: baoquocte.vn

ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ເນັ້ນໜັກວ່າ ວິທີດີທີ່ສຸດເພື່ອປົກປ້ອງສາມັນຊົນ ແມ່ນສະກັດກັ້ນບໍ່ໃຫ້ເກີດສົງຄາມ, ການປະທະກັນ; ທ່ານ ຢັ້ງຢືນວ່າ ອາດຈະຫຼີກລ້ຽງຈາກການເກີດສົງຄາມ, ການປະທະກັນໄດ້ ຖ້າຫາກທຸກປະເທດ ເຄົາລົບກົດບັດ ສປຊ ແລະກົດໝາຍສາກົນ, ບົນພື້ນຖານເຄົາລົບ ແລະເຂົ້າໃຈ ເຊິ່ງກັນແລະກັນ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງເຄົາລົບກົດໝາຍສາກົນ ແລະມະຕິເລກທີ 2573 ຂອງສະພາຄວາມໝັ້ນຄົງ, ບໍ່ໃຫ້ໃຊ້ສະບຽງອາຫານ, ແຫຼ່ງນໍ້າ ແລະພື້ນຖານໂຄງລ່າງ ທີ່ກ່ຽວຂ້ອງເພື່ອເປັນເຄື່ອງມືບັນລຸທ່າໄດ້ປຽບດ້ານການທະຫານ ຫຼື ຍຸດທະສາດ ບໍ່ວ່າພາຍໃຕ້ຮູບການໃດ.

ກໍໃນວັນທີ 26 ພຶດສະພາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນໃນນາມເປັນປະທານຮ່ວມການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ປົກປັກຮັກສາສິ່ງແວດລ້ອມ ແມ່ນປົກປ້ອງສາມັນຊົນ: ຜົນສະທ້ອນດ້ານມະນຸດສະທໍາຈາກການເສຍຫາຍທີ່ເກີດຈາກການປະທະກັນດ້ວຍອາວຸດຕໍ່ກັບສິ່ງແວດລ້ອມ ແລະພື້ນຖານໂຄງລ່າງພົນລະເຮືອນ”. ຜູ້ຕາງໜ້າຫວຽດນາມ ສະເໜີໃຫ້ສະພາຄວາມໝັ້ນຄົງ ສປຊ ສືບຕໍ່ພະຍາຍາມປຶກສາຫາລື, ວາງບັນດາມາດຕະການລະອຽດ ແລະມີປະສິດທິຜົນກວ່າອີກ ເພື່ອປົກປ້ອງສາມັນຊົນ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງພົນລະເຮືອນທີ່ຈໍາເປັນ, ພ້ອມທັງເພີ່ມທະວີປະສິດທິຜົນການປະຕິບັດ ແລະເຄົາລົບກົດໝາຍສາກົນ ເພື່ອແນໃສ່ແກ້ໄຂການປະທະກັນ ກໍຄື ສ້າງສັນຕິພາບຫຼັງການປະທະກັນ.

ໂດຍ: ໄຊຊະນະ