ວັນທີ 22 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ໂອມານ Badr Albusaidi ປະກາດຮອບເຈລະຈາຮອບຕໍ່ໄປລະຫວ່າງ ອາເມລິກາ ແລະ ອີຣານ ຈະໄດ້ຈັດຂຶ້ນຢູ່ ເຊີແນວ (ສະວິດ) ໃນວັນທີ 26 ກຸມພາ. ໃນສື່ສັງຄົມອອນໄລ, ທ່ານລັດຖະມົນຕີການຕ່າງປະເທດ ໂອມານ ຂຽນວ່າ: “ຂ້າພະເຈົ້າ ຮູ້ສຶກດີໃຈທີ່ສຸດ ເມື່ອຢັ້ງຢືນບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ອີຣານ ປັດຈຸບັນ ໄດ້ກຳນົດຢູ່ເຊີແນວ ໃນວັນທີ 26 ກຸມພາ, ດ້ວຍກຳລັງໜູນຢ່າງຕັ້ງໜ້າເພື່ອມານະພະຍາຍາມກວ່າມຸ່ງໄປເຖິງການປະຕິບັດສຳເລັດຂໍ້ຕົກລົງ”.
ໃນການກະທຳທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Seyed Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານອາດຈະພົບປະກັບທ່ານ Steve Witkoff ທູດພິເສດ ຂອງປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 26 ກຸມພາຢູ່ເຊີແນວ, ປະເທດສະວິດ. ທ່ານ Seyed Abbas Araghchi ໃສ່ໃຈວ່າ ຍັງມີຄວາມສາມາດຊອກຫາມາດຕະການທາງການທູດ ລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image