ອີຣານ ຖະແຫຼງຈະໂຕ້ຕອບຢ່າງແຮງ ຖ້າ ອາເມລິກາ ບຸກໂຈມຕີດ້ານການທະຫານ
ວັນທີ 23 ກຸມພາ, ອີຣານ ຖະແຫຼງ ຈະໂຕ້ຕອບ “ຢ່າງແຮງ” ຕໍ່ບໍ່ວ່າການບຸກໂຕມຕີໃດຂອງ ອາເມລິກາ ໃນສະພາບການທີ່ ທ່ານ Donadl Trump ປະທານາທິບໍດີ ໃຫ້ຮູ້ ພວມຊັ່ງຊາຄວາມສາມາດດຳເນີນບັນດາການບຸກໂຈມຕີດ້ານການທະຫານ “ຈຳກັດ” ເລັ່ງໃສ່ ອີຣານ.