ວົງການເຈົ້າໜ້າທີ່ລັດເຊຍ ສືບຕໍ່ເນັ້ນໜັກເຖິງບົດບາດຂອງການເຈລະຈາແບບເຊິ່ງໜ້າໃນວິວັດການແກ້ໄຂການປະທະກັນກັບ ຢູແກຼນ, ໃນສະພາບການການປຶກສາຫາລືສາມຝ່າຍຢູ່ ເຊີແນວ, ປະເທດສະວິດ ອາດຈະເຊື່ອມຕໍ່ຄືນໃໝ່ໂດຍໄວ.

leftcenterrightdel
ທ່ານ Steve Witkoff ທູດພິເສດ ຂອງປະທານາທິບໍດີ ອາເມລິກາ. ພາບ: Reuters

ວັນທີ 22 ກຸມພາ, ໃນສື່ສັງຄົມອອນໄລ X, ທ່ານ Kirill Dmitriev ທູດພິເສດປະທານາທິບໍດີ ລັດເຊຍ ກ່ຽວກັບການຮ່ວມມືລົງທຶນ - ເສດຖະກິດກັບຕ່າງປະເທດ, ຜູ້ອຳນວຍການກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ຖືວ່າ ສັນຕິພາບອາດສາມາດບັນລຸໄດ້ຜ່ານການເຈລະຈາ. ນີ້ແມ່ນຖະແຫຼງການພາຍຫຼັງບົດຕອບສຳພາດຂອງ ທ່ານ Steve Witkoff ທູດພິເສດ ຂອງປະທານາທິບໍດີ ອາເມລິກາ ກັບນັກຂ່າວໜັງສືພິມ FoxNews. ທ່ານ Steve Witkoff ໃຫ້ຮູ້ວ່າ ໃນບັນດາການພົບປະ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍາມໃດກໍ່ມີທັດສະນະກົງໄປກົງມາ ແລະແບ່ງປັນຢ່າງຈະແຈ້ງກ່ຽວກັບເສັ້ນຂີດແດງຂອງ ລັດເຊຍ. ທ່ານ Steve Witkoff ໃຫ້ຮູ້ວ່າ ທ່ານໄດ້ພົບປະກັບທ່ານປະທານາທິບໍດີ Vladimir Putin ເປັນ 8 ຄັ້ງ ແລະ ເນັ້ນໜັກວ່າການເຂົ້າໃຈແຈ້ງຫຼັກໝັ້ນ, ກຳລັງໜູນ ແລະ ເປົ້າໝາຍຂອງຝ່າຍລັດເຊຍແມ່ນສິ່ງທີ່ຈຳເປັນຕ້ອງເພື່ອບັນລຸໄດ້ຂໍ້ຕົກລົງຍາວນານ. ຕາມສື່ມວນຊົນ ລັດເຊຍແລ້ວ, ບັນດາການເຈລະຈາກ່ຽວກັບສະພາບການປະທະກັນ ລັດເຊຍ - ຢູແກຼນ ຢູ່ສະວິດ ອາດສາມາດໄດ້ເຊື່ອມຕໍ່ຄືນໃໝ່ໃນອາທິດນີ້.

ແຫຼ່ງຄັດຈາກ: vovworld.vn