ປະທານາທິບໍດີ ອາເມລິກາ ສືບຕໍ່ຍົກລະດັບອັດຕາພາສີທົ່ວໂລກຂຶ້ນ 15%
ຜູ້ນຳໜ້າທຳນຽບຂາວ ປະກາດວ່າ ທ່ານ ໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າ ປີ 1974 ດ້ວຍຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ.
ໃນບົດຂຽນເອົາລົງໃນສື່ສັງຄົມ Truth Social ໃນຕອນຄ່ຳວັນທີ 21 ກຸມພາ, ຕາມເວລາ ວໍຊິງຕັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າ ສືບຕໍ່ຍົກລະດັບອັດຕາພາສີທົ່ວໂລກສຳລັບບັນດາສິນຄ້ານຳເຂົ້າ ອາເມລິກາ ແຕ່ 10% (ປະກາດໃນວັນທີ 20 ກຸມພາ) ຂຶ້ນ 15%. ປະທານາທິບໍດີ ອາເມລິກາ ຢືນຢັນວ່າ ອັດຕາພາສີນີ້ມີຜົນບັງຄັບໃຊ້ໃນທັນທີ ແລະ “ໄດ້ຮັບການກວດກາດ້ານກົດໝາຍແລ້ວ”. ການກະທຳດັ່ງກ່າວເກີດຂຶ້ນພາຍຫຼັງສານສູງສຸດ ອາເມລິກາ ອອກຄຳຕັດສິນປະຕິເສດສ່ວນຫຼາຍບັນດາມາດຕະການພາສີອາກອນເລິກເຊິ່ງກວ້າງຂວາງ ຊຶ່ງອຳນາດການປົກຄອງຂອງປະທານາທິບໍດີ Trump ນຳໃຊ້ກ່ອນນັ້ນ.
ກ່ອນໜ້ານັ້ນ, ວັນທີ 20 ກຸມພາ, ພາຍຫຼັງສານສູງສຸດອາເມລິກາ ປະຕິເສດບັນດາລະດັບອັດຕາພາສີອາກອນນຳເຂົ້າສົມທົບໃນລວງກວ້າງຂອງປະທານາທິບໍດີ Donald Trump ອີງຕາມກົດໝາຍວ່າດ້ວຍສິດເສດຖະກິດດ່ວນສາກົນ (IEEPA), ຜູ້ນຳໜ້າທຳນຽບຂາວ ປະກາດວ່າ ທ່ານ ໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າ ປີ 1974 ດ້ວຍຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ, ໃນນັ້ນ, ຍົກເວັ້ນບັນຊີລາຍຊື່ບັນດາຜະລິດຕະພັນ ອອກຈາກເລື່ອງຖືກຈັດວາງອັດຕາພາສີໃໝ່, ລວມມີ: ຊີ້ນງົວ, ໝາກເລັ່ນ, ໝາກກ້ຽງ, ຢຸກຢາ, ລົດໂດຍສານ…
ແຫຼ່ງຄັດຈາກ: vovworld.vn