ຫວຽດນາມ ຈະປະກາດ 2 ຂໍ້ລິເລີ່ມກ່ຽວກັບ SDGs ແລະສິດທິມະນຸດໃນກອງປະຊຸມຄັ້ງທີ 61 ຂອງສະພາສິດທິມະນຸດ ສປຊ
ຄະນະຜູ້ແທນຫວຽດນາມ ຈະເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການປຶກສາຫາລື ມະຕິ 36 ສະບັບຂອງກອງປະຊຸມ ແລະຈະມີ 2 ຂໍ້ລິເລີ່ມ ເຊັ່ນ: ຖະແຫຼງການຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs); ຈັດເຫດການຢູ່ນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະໄທ ກ່ຽວກັບຜົນກະທົບເຖິງສິດທິມະນຸດຂອງການສໍ້ໂກງທາງອິນເຕີເນັດ.
    |
 |
|
ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ (ຜູ້ນັ່ງທາງກາງຢູ່ແຖວທີ 2) ໃນພິທີໄຂເມື່ອວັນທີ 23 ກຸມພາ. ພາບ: ສໍານັກຂ່າວສານຫວຽດນາມ |
ວາລະປະຊຸມຂັ້ນສູງໃນຂອບເຂດກອງປະຊຸມ ຄັ້ງທີ 61 ສະພາສິດທິມະນຸດ ສປຊ ໄດ້ໄຂຂຶ້ນໃນວັນທີ 23 ກຸມພາ, ຢູ່ ເຊີແນວ, ສະວິດ. ໃນກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ເຊີແນວ ນຳໜ້າ ຈະເຂົ້າຮ່ວມ ແລະປະກອບຄຳເຫັນໃນວາລະປືກສາຫາລືກ່ຽວກັບຫຼາຍບັນຫາຈຸດສຸມ, ລວມມີ ການປ່ຽນແປງຂອງດິນຟ້າອາກາດ, ສິດຂອງເດັກ, ສິດທິສະບຽງອາຫານ, ສິດຂອງຄົນພິການ, ພ້ອມກັບບັນດາຄວາມເອົາໃຈໃສ່ລວມຂອງປະຊາຄົມສາກົນ. ຄາດວ່າ ຄະນະຜູ້ແທນຫວຽດນາມ ຈະເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດການປຶກສາຫາລື ມະຕິ 36 ສະບັບຂອງກອງປະຊຸມ ແລະຈະມີ 2 ຂໍ້ລິເລີ່ມ ເຊັ່ນ: ຖະແຫຼງການຮ່ວມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs); ຈັດເຫດການຢູ່ນອກກອງປະຊຸມພ້ອມກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະໄທ ກ່ຽວກັບຜົນກະທົບເຖິງສິດທິມະນຸດຂອງການສໍ້ກົງທາງອິນເຕີເນັດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ