leftcenterrightdel
ການເຈລະຈາລະຫວ່າງລັດເຊຍ, ອາເມລິກາ ແລະຢູແກຼນ ຢູ່ສະວິດ. ພາບ: Press service of the National Security and Defence Council of Ukraine/Handout via REUTERS

ທ່ານ Galuzin ໃຫ້ຮູ້ວ່າ ຢູ່ທີ່ການເຈລະຈາຄັ້ງຫຼ້າສຸດຫາກໍ່ດຳເນີນຢູ່ ເຊີແນວ (ສະວິດ), ສອງຝ່າຍກໍ່ໄດ້ແລກປ່ຽນທຸກບັນຫາໃນສະພາບການພວມຊອກຫາມາດຕະການສິ້ນສຸດການປະທະກັນ. ພ້ອມກັນນັ້ນ, ລັດຖະບານຊູແອັດ ໄດ້ແຈ້ງບ້ວງເງິນໜູນຊ່ວຍການທະຫານໃໝ່ທີ່ມີມູນຄ່າ 1,4 ຕື້ໂດລາສະຫະລັດ ສະຫງວນໃຫ້ແກ່ ຢູແກຼນ, ສ້າງຂີດໝາຍໜຶ່ງໃນບັນດາບ້ວງເງິນໜູນຊ່ວຍໃຫຍ່ທີ່ສຸດຂອງປະເທດນີ້ນັບແຕ່ເວລາລັດເຊຍ ດຳເນີນບັ້ນການທະຫານພິເສດປີ 2022. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ພວມເປັນເສນາທິການໃຫ້ແກ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) ກ່ຽວກັບຫຼາຍມາດຕະການໜູນຊ່ວຍຢູແກຼນ, ໃນນັ້ນມີຄວາມສາມາດເຂົ້າຮ່ວມຂໍ້ລິເລີ່ມສັ່ງຊື້ອາວຸດໂດຍ NATO ນຳໜ້າ, ມີຊື່ວ່າບັນຊີລາຍຊື່ບັນດາຄວາມຈຳເປັນບຸລິມະສິດຂອງ ຢູແກຼນ (PURL).

ແຫຼ່ງຄັດຈາກ: vovworld.vn