ກອງປະຊຸມສຸດຍອດກ່ຽວກັບການກະທົບຂອງປັນຍາປະດິດ (AI) 2026 ຫາກໍ່ສິ້ນສຸດລົງຢູ່ນະຄອນຫຼວງ ນິວເດລີ ປະເທດອິນເດຍ ດ້ວຍເລື່ອງ 88 ປະເທດ ແລະ ອົງການຈັດຕັ້ງສາກົນ ເຊັນຖະແຫຼງການ ນິວເດລີ ກ່ຽວກັບປັນຍາປະດິດ. ນີ້ຖືກຖືວ່າແມ່ນຂີດໝາຍສຳຄັນໃນຄວາມມານະພະຍາຍາມສ້າງຂອບເຂດການຮ່ວມມືທົ່ວໂລກ ດ້ວຍອຸດສາຫະກຳປັນຍາປະດິດ.

ອີງໃສ່ຫຼັກການ “ຜົນປະໂຫຍດ, ຄວາມຜາສຸກໃຫ້ແກ່ທຸກຄົນ”, ຖະແຫຼງການນິວເດລີ ຢືນຢັນວ່າບັນດາໝາກຜົນຈາກປັນຍາປະດິດ ຕ້ອງໄດ້ຈັດແບ່ງຢ່າງສະເໝີພາບ, ບໍ່ໃຫ້ບໍ່ວ່າປະເທດໃດ ຫຼື ກຸ່ມສັງຄົມໃດ ຖືກປະໄວ້ຢູ່ເບື້ອງຫຼັງ. ບັນດາຝ່າຍເຂົ້າຮ່ວມໃຫ້ຄຳໝັ້ນສັນຍາເພີ່ມທະວີສົມທົບນະໂຍບາຍ ແລະການກະທຳທີ່ແທດຈິງ ເພື່ອແນໃສ່ຫັນວິໃສທັດລວມນີ້ໃຫ້ປະກົດຜົນເປັນຈິງໃນສະພາບການທີ່ປັນຍາປະດິດພວມພັດທະນາຢ່າງໄວວາ ແລະສ້າງບັນດາການກະທົບເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ.

ຖະແຫຼງການ ນິວເດລີ ໄດ້ເນັ້ນໜັກເຖິງ 3 ເປົ້າໝາຍແກ່ນສານຂອງກອງປະຊຸມສຸດຍອດການກະທົບປັນຍາປະດິດ ອິນເດຍ 2026, ລວມມີ, ມະນຸດ, ໜ່ວຍພິພົບ ແລະຄວາມກ້າວໜ້າ; ຜ່ານນັ້ນ, ວາງມະນຸດໃນທີ່ຕັ້ງໃຈກາງຂອງວິວັດການພັດທະນາປັນຍາປະດິດ. ປະຊາຄົມສາກົນກໍ່ໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ເຕັກໂນໂລຊີນີ້ ຮັບໃຊ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ປ່ຽນແປງໃໝ່ໃນໄລຍະຍາວນານ.

ແຫຼ່ງຄັດຈາກ: vovworld.vn