ກອງປະຊຸມພັກແຮງງານເກົາຫຼີ ໄດ້ຈັດຂຶ້ນທຸກໆ 5 ປີ, ໂດຍທ່ານ ກີມຈອງອືນ ຜູ້ນຳສູງສຸດຂອງ ສປປ.ເກົາຫຼີ ໄດ້ເນັ້ນໜັກຄວາມສຳເລັດດ້ານເສດຖະກິດໃນໄລຍະຜ່ານມາຕະຫຼອດຈົນຄວາມສຳເລັດໃນທຸກດ້ານຊຶ່ງຄວບຄຸມທັງດ້ານການປ້ອງກັນປະເທດ, ການທູດ ແລະການເມືອງ. ໃນຂະນະທີ່ທ່ານ ກີມຈອງອືນ ລະບຸວ່າ: ສປປ.ເກົາຫຼີ ໄດ້ບັນລຸຄວາມສຳເລັດຕາມແຜນພັດທະນາເສດຖະກິດແຫ່ງຊາດ ໄລຍະ 5 ປີທີ່ດຳນົດໄວ້ໃນກອງປະຊຸມຄັ້ງກ່ອນເມື່ອເດືອນມັງກອນ ປີ 2021.
ແຫຼ່ງຄັດຈາກ: kpl.gov.la
Type the code from the image