leftcenterrightdel
ທ່ານປະທານາທິບໍດີ Donald Trump. ພາບ: REUTERS/Carlos Barria

ໃນບົດຂຽນທີ່ລົງທາງສື່ສັງຄົມ Truth Social,  ວັນທີ 23 ກຸມພາ, ທ່ານ Donald Trump, ປະທານາທິບໍດີ ອາມາລິກາ ກ່າວເຕືອນວ່າ ບໍ່ວ່າປະເທດໃດຊອກຫາວິທີຄັດຄ້ານພາຍຫຼັງສານສູງສຸດອອກຄຳຕັດສິນສຳຄັນກ່ຽວກັບພາສີອາກອນຈະຕ້ອງປະເຊີນໜ້າກັບອັດຕາພາສີສູງກວ່າ. ກ່ອນໜ້ານັ້ນ, ຄຳຕັດສິນຂອງສານສູງສຸດອາເມລິກາ ຖືວ່າ: ບັນດາອັດຕາພາສີທີ່ທ່ານ Trump ຈັດວາງເມື່ອປີ 2025 ໂດຍອີງຕາມກົດໝາຍວ່າດ້ວຍສະພາການສຸກເສີນແຫ່ງຊາດ ແມ່ນຜິດກົດໝາຍ. ຄຳຖະແຫຼງແຂງກະດ້າງຂອງທ່ານ Trump ໄດ້ຍົກອອກມາໃນສະພາບການທີ່ທຳນຽບຂາວພວມຊອກຫາບັນດາພື້ນຖານດ້ານນິຕິກຳອື່ນ ເພື່ອສືບຕໍ່ຮັກສາ ຫຼື ເພີ່ມກຳລັງດັນດ້ານການຄ້າ, ໂດຍບໍ່ຫົວຊາຕໍ່ສິ່ງຈຳກັດ ຊ່ຶງຄຳຕັດສິນດັ່ງກ່າວໄດ້ວາງອອກ. ໃນເວລາລໍຖ້າ, ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ໄດ້ຈັດວາງອັດຕາພາສີໂດຍຊົ່ວຄາວແມ່ນ 15% ສຳລັບສິນຄ້ານຳເຂົ້າອາເມລິກາ ແລະມີຜົນບັງຄັບໃຊ້ໃນເວລາ 150 ວັນ.

ໃນຂະນະຂັ້ນ, ທ່ານ Mike Johnson ປະທານສະພາຕ່ຳ ອາເມລິກາ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຍາກທີ່ຈະຮັບຮອງເອົາບໍ່ວ່າຮ່າງກົດໝາຍສະບັບໃດເພື່ອເຮັດໃຫ້ລາຍການພາສີອາກອນຂອງປະທານາທິບໍດີ Donald Trump ຖືກຕ້ອງຕາມກົດໝາຍ. ທ່ານ Mike Johnson ຊີ້ແຈ້ງວ່າ ເລື່ອງຊອກຫາຄວາມເຫັນດີເຫັນພ້ອມໃນສະພາແຫ່ງຊາດກ່ຽວກັບບໍ່ວ່າທິດເດີນຕໍ່ໄປໃດໆຂອງບັນຫາພາສີອາກອນ ຈະແມ່ນສິ່ງທ້າທາຍ ແລະສະແດງຄວາມສົງໃສຕໍ່ຄວາມສາມາດນຳບັນຫາພາສີອາກອນເຂົ້າຮ່າງກົດໝາຍສະບັບໜຶ່ງຕາມຂັ້ນຕອນການປັບປຸງງົບປະມານ ຄືດັ່ງແນວຄວາມຄິດຂອງສະມາຊິກລັດຖະສະພາພັກສາທາລະນະລັດຈຳນວນໜຶ່ງ.

ແຫຼ່ງຄັດຈາກ: vovworld.vn