leftcenterrightdel
ໜັງສືພິມ Washington Times ລົງບົດຂຽນໃນວັນທີ 19 ກຸມພາ ໄດ້ຕີລາຄາສູງເລື່ອງຫວຽດນາມ ເປັນເຈົ້າການປະກອບສ່ວນໃຫ້ສັນຕິພາບ ແລະສະຖຽນລະພາບໃນທົ່ວໂລກ. ພາບ: ສໍານັກຂ່າວສານຫວຽດນາມ

ບົດຂຽນດັ່ງກ່າວຖືວ່າ ໃນສະພາບການໂລກທີ່ນັບມື້ນັບຖືກຄອບງຳຍ້ອນການປະທະກັນ ແລະການແກ້ງແຍ້ງດ້ານພູມີສາດການເມືອງ, ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມວາລະໄຂສະພາສັນຕິພາບກ່ຽວກັບເຂດ ກາຊາ ຢູ່ວໍຊິງຕັນ ມີຄວາມໝາຍສຳຄັນເກີນກວ່າຂອບເຂດການທູດປົກກະຕິ. ການມີໜ້າຂອງການນຳຂັ້ນສູງຫວຽດນາມ ບໍ່ພຽງແຕ່ແມ່ນສັນຍາລັກເທົ່ານັ້ນ, ຫາກຍັງແມ່ນສັນຍານເປັນເຈົ້າການ, ມີເຈດຕະນາ, ໄດ້ສົ່ງສານຍຸດທະສາດຫຼາຍຢ່າງ.

ໜັງສືພິມໄດ້ຕີລາຄາວ່າ, ສິ່ງທີ່ເລິກເຊິ່ງທີ່ສຸດໃນການເດີນທາງຄັ້ງນີ້ແມ່ນສານກ່ຽວກັບຄຸນຄ່າສັນຕິພາບຂອງຫວຽດນາມ-ປະເທດທີ່ປະສົບກັບສົງຄາມມາຫຼາຍທົດສະວັດ, ປະຈຸບັນໄດ້ກາຍເປັນ ແບບຢ່າງທີ່ມີຊີວິດຊີວາກ່ຽວກັບກໍາລັງຄວາມສາມາດໃນການກໍ່ສ້າງຄືນໃໝ່ ແລະໄກ່ເກ່ຍ. “ເລື່ອງລາວຫວຽດນາມ” ໄດ້ກາຍເປັນພະຍານຫຼັກຖານພຶດຕິກຳຕົວຈິງອັນລໍ້າຄ່າສຳລັບບັນດາປະເທດພວມຊອກຫາເສັ້ນທາງຫຼັງການປະທະກັນ.

ໂດຍ: ເຈິ່ນຮວ່ຽນ