leftcenterrightdel
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida. ພາບ: AFP/TTXVN

ວັນທີ 24 ພຶດສະພາ, ກ່າວຄຳເຫັນຕໍ່ສະພາແຫ່ງຊາດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Fumio Kishida ໃຫ້ຮູ້ວ່າ: ປະເທດນີ້ບໍ່ມີແຜນການເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO) ດ້ວຍຂໍ້ກຳນົດກົດລະບຽບເປັນສະມາຊິກ ຫຼື ເຄິ່ງສະມາຊິກ, ແຕ່ໃຫ້ຮູ້ວ່າ NATO ມີແຜນການເປີດຫ້ອງການຕິດຕໍ່ພົວພັນຢູ່ ຍີ່ປຸ່ນ. ຄຳເຫັນຂອງທ່ານນາຍົກລັດຖະມົນຕີ Fumio Kishida ໄດ້ຍົກອອກມາໃນຂະນະທີ່ຕົ້ນເດືອນພຶດສະພານີ້, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ອາເມລິກາ ປະກາດວ່າ NATO ມີແຜນການເປີດຫ້ອງການຜູ້ຕາງໜ້າແຫ່ງທຳອິດຢູ່ອາຊີ, ເຊິ່ງ ຕັ້ງຢູ່ ໂຕກຽວ, ເພື່ອແນໃສ່ສ້າງເງື່ອນໄຂປຶກສາຫາລືໃນພາກພື້ນ.

ປະຕິກິລິຍາຕໍ່ຂໍ້ມູນຂ່າວດັ່ງກ່າວ, ກໍ່ໃນວັນທີ 25 ພຶດສະພາ, ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຮຽກຮ້ອງໃຫ້ ໂຕກຽວ “ຄິດໄລ່ຊັ່ງຊາ” ກ່ຽວກັບຂໍ້ຕົກລົງທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານການທະຫານ ແລະ ເນັ້ນໜັກວ່າ ພາກພື້ນ ອາຊີ - ປາຊີຟິກ ສະແດງຄວາມບໍ່ຊົມເຊີຍຕໍ່ການມີໜ້າດ້ານການທະຫານຂອງບັນດາປະເທດ ຝ່າຍຕາເວັນຕົກ.

ແຫຼ່ງຄັດຈາກ: vovworld.vn