ຈີນຢັ້ງຢືນຖືເປັນສຳຄັນ ແລະປົກປັກຮັກສາຄວາມປອດໄພດ້ານຂໍ້ມູນຂ່າວຕາມລະບຽບກົດໝາຍ, ພ້ອມທັງຮຽກຮ້ອງບັນດາບໍລິສັດຕ້ອງສົ່ງຂໍ້ມູນທີ່ເກັບກຳມາຈາກຕ່າງປະເທດ ພາຍຫຼັງ ຜູ້ອຳນວຍການບໍລິຫານ (CEO) ຂອງ Tiktok ຢູ່ ອາເມລິກາ ຕ້ອງອະພິປາຍຕໍ່ສະພາແຫ່ງຊາດຂອງປະເທດນີ້.

leftcenterrightdel
ທ່ານ ຈູເສົ້າຈື້, CEO ຂອງ Tiktok ຢູ່ອາເມລິກາ. ພາບ: AP

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 24 ມີນາ, ກ່ຽວກັບວາລະອະພິປາຍຂອງ ທ່ານ ຈູເສົ້າຈື້, ຜູ້ອຳນວຍການບໍລິຫານ (CEO) ຂອງ Tiktok ຢູ່ ອາເມລິກາຢູ່ສະພາແຫ່ງຊາດ ອາເມລິກາ, ໂຄສົກກະຊວງການຕ່າງປະເທດຂອງ ຈີນ ທ່ານນາງ ໝາວໜິງ ຢັ້ງຢືນວ່າ: ຈີນ ຖືເປັນສຳຄັນ ແລະ ປົກປ້ອງສິດສ່ວນຕົວ ແລະ ຮັກສາຄວາມລັບຕາມຂໍ້ກຳນົດຂອງກົດໝາຍ, “ບໍ່ມີເວລາໃດ ແລະຈະບໍ່ຮຽກຮ້ອງບັນດາບໍລິສັດ ຫຼື ສ່ວນບຸກຄົນ ເກັບກຳຂໍ້ມູນ ຫຼື ສະໜອງຂໍ້ມູນ ແລະ ຂ່າວສືບລາຊະການລັບຢູ່ຕ່າງປະເທດໃຫ້ແກ່ລັດຖະບານ ຈີນ, ຕາມວິທີລະເມີດກົດໝາຍຂອງທ້ອງຖິ່ນ”.

ແຫຼ່ງຄັດຈາກ vovworld.vn