leftcenterrightdel
ການປະທະກັນລະຫວ່າງ ອິດສະຣາແອັນ ແລະປາແລັດສະຕິນ ໄດ້ເພີ່ມຂຶ້ນ. ພາບ:  AP

ກອງປະຊຸມຂອງ 15 ສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນໄປໃນສະພາບທີ່ນັບແຕ່ຕົ້ນປີມາຮອດປະຈຸບັນ, ການປະທະກັນລະຫວ່າງກຳລັງຄວາມໝັ້ນຄົງ ແລະປະຊາຊົນອິດສະຣາແອັນ ກັບຊາວປາແລັດສະຕິນ ໄດ້ເພີ່ມຂຶ້ນກາຍເປັນກະແສການໃຊ້ຄວາມຮຸນແຮງໃໝ່. ຜູ້ຕາງໜ້າບັນດາປະເທດອັງກິດ, ຈີນ, ຝຣັ່ງ ແລະລັດເຊຍ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ອອກສຽງຄັດຄ້ານຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນນັ້ນ ແລະສະແດງຄວາມວິຕົກກັງວົນຕໍ່ເລື່ອງສະພາແຫ່ງຊາດອິດສະຣາແອັນ ຍຸບເລີກບາງເນື້ອໃນສຳຄັນໃນກົດໝາຍວ່າດ້ວຍການຖອນທະຫານປີ 2005. ພ້ອມທັງ, ອິດສະຣາແອັນ ກໍ່ສືບຕໍ່ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ 9 ແຫ່ງໃໝ່ຢູ່ເຂດແມ່ນ້ຳ ຈໍແດນ… ກ່າວຄຳເຫັນ ທີ່ກອງປະຊຸມຢູ່ນິວຢອກ, ທ່ານທູດພິເສດຂອງສະຫະປະຊາຊາດ ກ່ຽວກັບສັນຕິພາບຕາເວັນອອກກາງ Tor Wennesland ຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈຕໍ່ບໍ່ວ່າການກະທຳພຽງລຳພັງຝ່າຍດຽວໃດ ທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະລະງັບໃຈຕໍ່ການຖະແຫຼງການທີ່ເກາະຜິດ.

ແຫຼ່ງຄັດຈາກ: vovworld.vn