leftcenterrightdel
ສຳນັກງານຂອງ FED ຢູ່ອາເມລິກາ. ພາບ:  AFP/ສໍານັກຂ່າວສານຫວຽດນາມ

ນີ້ແມ່ນຄັ້ງທີ 9 ທີ່ FED ໄດ້ປັບອັດຕາດອກເບ້ຍເພີ່ມຂຶ້ນພາຍໃນໄລຍະ 1 ປີຜ່ານມາ. ໃນຖະແໜງການໜຶ່ງ, FED ໃຫ້ຮູ້ວ່າ ບັນດາການຜັນແປຫວ່າງມໍ່ໆມານີ້ຂອງຂະແໜງທະນາຄານ ອາດຈະພາໄປເຖິງບັນດາເງື່ອນໄຂສິນເຊື່ອທີ່ເຄັ່ງຄັດກ່ວາ ສຳລັບບັນດາຄອບຄົວ, ວິສາຫະກິດ ແລະສົ່ງຜົນສະທ້ອນຕໍ່ການເຄື່ອນໄຫວດ້ານເສດຖະກິດ, ການຮັບສະໝັກແຮງງານ ແລະໄພເງິນເຟີ້”. ຕາມການຕີລາຄາຂອງ FED ແລ້ວ, ອັດຕາດອກເບ້ຍນະໂຍບາຍຂອງ ອາເມລິກາ ຈະຢູ່ໃນລະດັບ 5,1% ໃນທ້າຍປີນີ້. ທີ່ການຖະແຫຼງຂ່າວພາຍຫຼັງການຕົກລົງເພີ່ມອັດຕາດອກເບ້ຍ, ທ່ານປະທານ FED Jerome Powell ຢັ້ງຢືນວ່າ ລະບົບທະນາຄານຂອງ ອາເມລິກາຍັງໂປງໄສ ແລະ ມີໄຫວພິບ, ພ້ອມທັງ FED ກໍ່ພ້ອມແລ້ວທີ່ຈະນຳໃຊ້ທຸກເຄື່ອງມືຂອງຕົນເພື່ອຮັກສາຄວາມປອດໄພ. ທ່ານກໍ່ກ່າວເຖິງເລື່ອງສາມາດສືບຕໍ່ປັບອັດຕາດອກເບ້ຍເພີ່ມເຕີມໃນອະນາຄົດ.

ເນື່ອໃນ: ວິທະຍຸກະຈາຍສຽງຫວຽດນາມ