ລັດເຊຍ - ຈີນ ເພີ່ມທະວີການພົວພັນສອງຝ່າຍ ແລະຊອກຫາມາດຕະການສຳລັບບັນຫາ ຢູແກຼນ
ໃນ 10 ປີຜ່ານມາ, ສອງຝ່າຍມີບັນດາບາດກ້າວພັດທະນາສຳຄັນໃນການພົວພັນສອງຝ່າຍ, ດ້ວຍເລື່ອງວົງເງິນການຄ້າເພີ່ມຂຶ້ນທົບສອງເທົ່າ
    |
 |
ການນຳ ຈີນ ແລະ ລັດເຊຍ ທີ່ການພົບປະ. ພາບ:Sergei Karpukhin/Sputnik/AP |
ຕອນບ່າຍວັນທີ 20 ມີນາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ໄປຮອດມົດສະກູ ໃນຂອບເຂດການຢ້ຽມຢາມລັດເຊຍ ແຕ່ວັນທີ 20 – 23 ມີນາ. ນີ້ແມ່ນການໄປຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ສີຈີ້ນຜິງ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງເປັນປະທານປະເທດ ອາຍຸການທີ 3. ການຢ້ຽມຢາມໄດ້ຮັບຄວາມຫວັງຈະສ້າງກຳລັງໜູນໃຫ້ແກ່ການພົວພັນສອງຝ່າຍ ລັດເຊຍ - ຈີນ.
ທີ່ການພົບປະລະຫວ່າງທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ການນຳສອງທ່ານ ໄດ້ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີການພົວພັນສອງຝ່າຍ ແລະຊອກຫາມາດຕະການສຳລັບບັນຫາຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ: ໃນ 10 ປີຜ່ານມາ, ສອງຝ່າຍມີບັນດາບາດກ້າວພັດທະນາສຳຄັນໃນການພົວພັນສອງຝ່າຍ, ດ້ວຍເລື່ອງວົງເງິນການຄ້າເພີ່ມຂຶ້ນທົບສອງເທົ່າ, ຈາກ 87 ຕື້ USD ຂຶ້ນເປັນເກືອບ 200 ຕື້ USD. ທ່ານ ກໍ່ຢັ້ງຢືນວ່າ ສອງຝ່າຍມີຫຼາຍໜ້າທີ່ ແລະເປົ້າໝາຍລວມ.
ສ່ວນທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ: ປັກກິ່ງ ຖືເປັນສຳຄັນ ແລະຢາກເຮັດໃຫ້ການພົວພັນກັບມົດສະກູ ເລິກເຊິ່ງກວ່າອີກ; ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນ ລັດເຊຍ ຈະສືບຕໍ່ສະໜັບສະໜູນທ່ານ Putin ໃນການເລືອກຕັ້ງປະທານາທິບໍດີໃນປີ 2024. ຈີນ ໄດ້ກຽມພ້ອມກັບ ລັດເຊຍ “ຢຶດໝັ້ນປົກປັກຮັກສາລະບົບສາກົນໂດຍຖື ສປຊ ເປັນໃຈກາງ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ ແລະ ບັນດາການພົວພັນສາກົນຫັນເປັນປະຊາທິປະໄຕ, ປະກອບສ່ວນເຂົ້າໃນການພັດທະນາຂອງໂລກຕາມທິດຍຸຕິທຳ ແລະເໝາະສົມກວ່າ”.
ແຫຼ່ງຄັດຈາກ: vovworld.vn